ຫາຍສົງໄສ ໂຕອັນນີ້ມີເກືອບທຸກເຮືອນ ມັນແມ່ນໂຕຫຍັງແທ້ ອັນຕະລາຍບໍ?

ຫາຍສົງໄສ ໂຕອັນນີ້ມີເກືອບທຸກເຮືອນ ມັນແມ່ນໂຕຫຍັງແທ້ ອັນຕະລາຍບໍ?

ຫຼາຍຄົນສົງໄສກັບແມງໄມ້ປະຫຼາດ ທີ່ມັກຈະຈັບຢູ່ຕາມຝາເຮືອນຫຼືຈຸດທີ່ມີຝຸ່ນ ມີຄວາມເປື້ອນແລະມີລັກສະນະຄ້ານຄືໜອນ ເຊັ່ນດຽວກັບຜູ້ໃຊ້ເຟສບຸກ Kornkamon Sirawitchayakul ທີ່ໄດ້ອອກມາຕັ້ງຄຳຖາມວ່າ..
ໂຕຫຍັງ..ມີຜໃພໍຈະຮູ້ບໍ່ ໄຕ່ແຖວເພດານ ບາງທີກໍຢູ່ບໍລິເວນພື້ນ ຢາກຮູ້ວ່າມີວິທີກຳຈັດ



ສຳລັບສັດທີ່ເຮົາເຫັນນີ້ຄື ໜອນປອກ ຫຼື ກະເບື້ອກາງຄືນ ວົງ Tineidae (Family Tineidae) ມີສີນ້ຳຕານລັກສະນະແບບລຽວ ຄ້າຍຄືໃບໄມ້ ຍາວປະມານ 0.5-1ຊັງຕີແມັດ ເຊິ່ງເປັນປອກທີ່ໃຊ້ຫໍ່ຫຸ້ມໜອນກະເບື້ອໂຕນ້ອຍໆ ທີ່ຢູ່ພາຍໃນ ໂດຍປອກດັ່ງກ່າວຖືກສ້າງຂຶ້ນຈາກເສດຜ້າ, ເສດເລັບ ຫຼືເສດຝຸ່ນ ທີ່ຢູ່ພາຍໃນເຮືອນ ໜອນປອກອາດຈະມີລວດລາຍແຕກຕ່າງກັນໄປຂຶ້ນຢູ່ກັບສິ່ງທີ່ນຳມາໃຊ້ເປັນປອກ


ໝອນປອກມັກອາໄສຢູ່ຕາມບ້ານເຮືອນ ເພາະເປັນແຫຼ່ງກົບດານຊັ້ນດີ ມີສິ່ງທີ່ມັນຕ້ອງການບໍ່ວ່າຈະເປັນເສື້ອຜ້າ, ເສດຝຸ່ນ ເສດເລັບ ໃຍແມງມຸງ ຫຼຶແມ່ນແຕ່ເສດຜົມ ຍິ່ງບ້ານໃດບໍ່ຄ່ອຍໝັ່ນທຳຄວາມສະອາດໃຫ້ຮຽບຮ້ອຍ ກໍຍິ່ງມີຈຳນວນໜອນປອກເພີ່ມຂຶ້ນຫຼາຍ.


ໜອນປອກບໍ່ໄດ້ເຮັດອັນຕະລາຍຫຍັງໃຫ້ເຮົາ ແຕ່ພຽງເປັນສັນຍານເຕືອນວ່າເຮືອນເຮົາເລີ່ມເປື້ອນມີຝຸ່ນຫຼາຍ ແລະສ້າງຄວາມລຳຄານໃຈໃຫ້ເຮົານັ້ນເອງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page