ເຊເລນສກີເຢາະເຢີ້ຍທັບລັດເຊຍລົ້ມລະລາຍຈົນຕ້ອງເພິ່ງພາໂດຼນອີຣ່ານ

ເຊເລນສກີເຢາະເຢີ້ຍທັບລັດເຊຍລົ້ມລະລາຍຈົນຕ້ອງເພິ່ງພາໂດຼນອີຣ່ານ

ການທີ່ຣັດເຊຍຕ້ອງເພິ່ງພາໂດຣນທີ່ຜະລິດໂດຍອີຣ່ານ ລຳບັໂຈມຕີເປົ້າໝາຍຕ່າງໆໃນຣັດເຊຍ ເຜີຍໃຫ້ເຫັນວ່າມອສໂກກຳລັງໝົດສິ້ນທັງໃນແງ່ການເມືອງແລະການທະຫານ ຈາກຄວາມເຫັນຂອງໂວໂລດິມີ ເຊເລນສະກີ ແຫ່ງຢູເຄຼນ

ໃນຂະນະດຽວກັນທາງຄະນະລັດຖະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດກຽມຍົກປະເດັນດັ່ງກ່າວເຂົ້າຫາລືວ່າອີຣ່ານລະເມິດມາດຕະການຂວ້ຳບາດຫຼືບໍ່ ທ່າມກາງຄຳກ່າວຫາພວກເຂົາຈັດຫາໂດຣນມອບໃຫ້ແກ່ຣັດເຊຍ


ເຊເລນສະກີກ່າວວ່າ ການໃຊ້ອາວຸດຂອງອີຣ່ານເທົ່າກັບເປັນການຍອມຮັບຄວາມລົ້ມເຫຼວຂອງມອສໂກ ຫຼັງທຸ່ມງົບປະມານໃນພາກອຸກສາຫະກຳປ້ອງກັນມາດົນຫຼາຍສະຕະວັດ ທັ້ງໃນຍຸກສະຫະພາບໂຊຫວຽດແລະຫຼັງສະພາບໂຊຫວຽດ
ຢູເຄຼນອ້າງການໂຈມຕີຮອບລ່າສຸດຂອງຣັດເຊຍຕໍ່ໂຄງສ້າງພື້ນຖານຕ່າງໆ ຂອງພວກເຂົາເປັນການໃຊ້ໂດຣນກາມິກາເຊ ຊາເຮດ-136 (Shahed-136) ທີ່ຜະລິດໂດຍອີຣ່ານ

Leave a Reply

Your email address will not be published. Required fields are marked *

You cannot copy content of this page