ປະຫວັດບໍ່ທຳມະດາ ສາມີລວຍມະຫາສານ ແປ້ງ ອອນຈິຣາ
ຕັ້ງແຕ່ມີຂ່າວວ່ານັກສະແດງສາວສວຍ ແປ້ງ ອອນຈິຣາ ແຫຼມວິໄລ ໄດ້ແຕ່ງງານແລະກາເປັນແມ່ລູກໜຶ່ງໄປແລ້ວ ກໍຍັງບໍ່ເຄີຍໂສມໜ້າສາມີອອກສື່ໃຫ້ເຫັນກັນຊັດໆເລີຍ ແລະລ່າສຸດ ສາວ ແປ້ງ ອອນຈິຣາ ພ້ອມດ້ວຍສາມີ ໄລໂອເນ ລີ ໄດ້ເປີດໂຕກັບສື່ມວນຊົນຄັ້ງທຳອິດ ເຮັດໃຫ້ຫຼາຍຄົນທີ່ຢູ່ໃນງານຕ່າງຮືຮາຫຼາຍ ເພາະໂປຣໄຟລດີບໍ່ທຳມະດາ
ແລະເຊື່ອວ່າຫຼາຍຄົນອາດສົງໄສ ໄລໂອເນ ລີ ເປັນໃຜມາຈາກໃສ ເຊິ່ງມື້ນີ້ໄດ້ນຳເອົາປະຫວັດຂອງເຂົາມາໃຫ້ຮູ້ຈັກກັນຫຼາຍຂຶ້ນ ເຊິ່ງປະຈຸບັນ ໄລໂອເນ ລີ ໄດ້ດຳລົງຕຳແໜ່ງປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດ ອາລີຍາ ຄັອບ ຈຳກັດ ຫຼື CEO ດ້ານອະສັງຫາລິມະຊັບ
ເຊິ່ງມີຫວານໃຈແບບ ສາວ ແປ້ງ ຮ່ວມເປັນຜູ້ກໍ່ຕັ້ງແລະຮ່ວມອອກແບບໂຄງການນີ້.
ຮຽກວ່າພໍເປີດໂຕມາກໍເຮັດເອົາທຸກຄົນອິດສາໃນຄວາມໂຊກດີຂອງ ສາວແປ້ງ ທີ່ໄດ້ຜູ້ຊາຍໂປຣໄຟລດີມາສກຸມຫົວໃຈນາງເອກຊຸບຕານັ້ນເອງ