ແນະນຳປາມຸງຄຸນເສີມບາລະມີ ລ້ຽງແລ້ວດີມີແຕ່ຄວາມຮັ່ງມີ

ແນະນຳປາມຸງຄຸນເສີມບາລະມີ ລ້ຽງແລ້ວດີມີແຕ່ຄວາມຮັ່ງມີ

ຮຽກຊັບຮຽກເງິນລ້ຽງສັດທີ່ມັກກໍ່ເປັນມຸງຄຸນໄດ້ເຊັ່ນກັນ “ ຊິນແສເປັນໜຶ່ງ” ແນະນຳປາມຸງຄຸນເສີມບາລະມີ ລ້ຽງແລ້ວດີມີແຕ່ຄວາມຮັ່ງມີ
ມື້ນີ້ ຊິນແສເປັນໜຶ່ງ ໄດ້ແນະນຳເສີມ “ ປາມຸງຄຸນເສີມຮວງຈຸ້ຍ” ວ່າຄວນມີປາສາຍພັນໃດໃນເຮືອນແດ່


ປາມັງກອນ ( ເສີມການງານ ) ຕາມຄວາມເຊື່ອຂອງຊາວຈີນ ການລ້ຽງປາມັງກອນຈະເສີມໃນເລື່ອງຂອງໜ້າທີ່ການງານແລະຄວາມໜ້າເຊື່ອຖື ຜູ້ຄົນນຳມາລ້ຽງເພື່ອເສີມຄວາມກ້າວໜ້າ ການເລື່ອນຕຳແໜ່ງ ແລະມີຄວາມໝັ່ນຄົງໃນໜ້າທີ່ການງານ


ປາຫົງ ( ເສີມຄວາມໂຊກດີ) ປາຫົງເປັນປາສວຍງາມທີ່ລ້ຽງງ່າຍ ນິມຍົມນຳມາລ້ຽງເປັນມຸງຄຸນເຊື່ອກັນວ່າການລ້ຽງປາຫົງຈະເສີມໃນເລື່ອງຂອງຄວາມໂຊກດີ ຊີວິດບໍ່ຕົກຕ່ຳມີຜູ້ຄົນອຸປະຖຳຄ້ຳຊູຢູ່ສະເໝີ


ປາເງິນ ປາທອງ ( ເສີມການເງິນ) ນິຍົມນຳມາລ້ຽງເພື່ອເສີມໃນເລື່ອງການເງິນເຊື່ອກັນວ່າ ປຽບເໝືອນການມີຊັບສິນຢູ່ໃນເຮືອນ ເງິນທອງຈະໄຫຼມາເທມາ ແລະຈະຊ່ວຍສົງເສີມທຸລະກິດການຄ້າໃຫ້ມີຄວາມຈະເລີນຮຸ່ງເຮືອງ


ປາຄາບ ( ເສີມຄວາມຮັ່ງມີ) ຄົນຈີນຈະຮຽກວ່າ “ ຫຍູຫຼີ ” ເຊິ່ງກົງກັບຄຳວ່າ “ ຮັ່ງມີ” ນອກຈາກນີ້ຄຳວ່າ “ ຫຼີ່ ” ຍັງໝາຍເຖິງ ຜົນກຳໄລ ຈຶ່ງນິຍົມລ້ຽງປາຄາບເພື່ອເສີມຄວາມຮັ່ງມີທາງດ້ານການເງິນ, ການເຮັດທຸລະກິດຄ້າຂາຍທີ່ໄດ້ຜົນກຳໄລ.


ປາກັດ ( ເສີມຄວາມຮັກ) ເປັນປາທີ່ນິມຍົມນຳມາລ້ຽງ ເພາະລ້ຽງງ່າຍແລະມີສີສັນທີ່ສວຍງາມ ລັກສະນະນິໄສຂອງປາກັດຈະມຸ່ງໝັ້ນຕໍ່ສູ້ເພື່ອຄວາມຮັກ ຈຶ່ງນິຍົມລ້ຽງເພື່ອເສີມໃນເລື່ອງຂອງຄວາມຮັກ


ປາໝໍສີ ( ເສີມສຸຂະພາບ) ຜູ້ຄົນນິຍົມນຳມາລ້ຽງເພາະມີລັກສະນະໂດດເດັ່ນສວຍງາມ ແລະມີສີສັນທີ່ສົດໃສ ນອກຈາກນີ້ຕາມຄວາມເຊື່ອຈີນ ປາໝໍສີຖືເປັນສັນຍາລັກຂອງການມີສຸຂະພາບດີ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page