ສາວໃຈເດັດ! ປະຜົວແລ້ວຄືນສິນສອດທຸກຢ່າງ ຊີ້ນໝູກໍ່ບໍ່ເວັ້ນ

ສາວຈີນໃຈເດັດ ປະກັບຜົວແລ້ວຈັດການຄືນເງິນ-ສິນສອດຂອງໝັ້ນ ໃຫ້ຄົບທຸກຢ່າງ ແມ່ນແຕ່ຊີ້ນໝູ-ໝາກໄມ້ກໍຄືນໝົດ

ເລື່ອງລາວຂອງສາວຄົນໜຶ່ງກຳລັງເປັນກະແສ ຫຼັງຈາກທີ່ລາວຕັດສິນໃຈຄືນຂອງຂັວນ-ສິນສອດ ທີ່ໄດ້ຮັບມືແຕ່ງງານທັງໝົດໃຫ້ແກ່ອາດີດສາມີ ບໍ່ເວັ້ນແມ່ນແຕ່ສິ່ງຂອງເລັກໆໜ້ອຍໆ ຮຽກໄດ້ວ່າເອົາຄືນໄປໃຫ້ໝົດ


ຕາມລາຍງານ ຍິງສາວໃນມົນທົນອານຮຸຍ ໄດ້ຢ່າຮ້າງກັບສາມີຫຼັງແຕ່ງງານກັນບໍ່ຮອດເຄິ່ງປີ ຫຼັງຈາກຢ່າລາວໄດ້ກັບໄປບ້ານຂອງອາດີດສາມີເພື່ອນຳເງິນແລະຂອງຂັວນໄປຄືນ ມີມູນຄ່າກວ່າ 188.000ຢວນ


ສິ່ງຂອງມີທັງຜ້າຫົ່ມ… ລວມໄປເຖິງຊີ້ໝູ, ນົມ, ໝາກໄມ້ ຄົບຖ້ວນທຸກຢ່າງ ສາເຫດທີ່ລາວເຮັດແບບນີ້ເພາະບໍ່ຢາກໃຫ້ທັງສອງຄອບຄົວມີຫຍັງຕິດຄ້າງຕໍ່ກັນ


ດ້ານຝ່າຍຊາຍບໍ່ຮູ້ສຶກແປກໃຈທີ່ເຫັນອາດີດພັນລະຍາເຮັດແບບນີ້ ເຂົາໄດ້ບັນທຶກວີດີໂອແລະແຊລົງເຟສ ພ້ອມບັນຍາຍວ່າ “ ລາວເປັນຄົນປະເພດທີ່ຖ້າໄດ້ຮັກຫຼືຊັງຫຍັງແລ້ວກໍ່ຈະຊັດເຈນ ແຕ່ເຖິງຂັ້ນຕ້ອງຄືນໝູໃຫ້ ຂ້ອຍຮູ້ສຶກອືດອັດໃຈໜ້ອຍໜຶ່ງ”
ຫຼັງຈາກວີດີໂອຖືກເຜີຍແພ່ ເລື່ອງລາວຂອງລາວມີຄົນເວົ້າຢ່າງດຸເດຶອດ ບາງຄົນກໍ່ບອກວ່າຜູ້ຍິງບໍ່ຈຳເປັນຕ້ອງເຮັດແບບນີ້ ບາງຄົນກໍ່ຊື່ນຊົມໃນຄວາມໃຈເກັ່ງຂອງຜູ້ຍິງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page