ເຄັດລັບ 7ຂໍ້ ຂອງການເປັນຜູ້ຍິງຫາເງິນເກັ່ງ..ບໍ່ຍອມແພ້ຫຍັງງ່າຍໆ

ເຄັດລັບ 7ຂໍ້ ຂອງການເປັນຜູ້ຍິງຫາເງິນເກັ່ງ..ບໍ່ຍອມແພ້ຫຍັງງ່າຍໆ


1.ບໍ່ຍອມໃຫ້ໃຜເບິ່ງວ່າອ່ອນແອ: ຈະບໍ່ຍອມໃຊ້ຄວາມເປັນຜູ້ຍິງສ້າງຂໍປຽບທຽບ ຈະພະຍາຍາມເຮັດທຸກຢ່າງໃຫ້ເທົ່າທຽມກັບຄົນອື່ນ ຜູ້ຊາຍເຮັດແນວໃດຜູ້ຍິງກໍ່ເຮັດແນວນັ້ນ
2.ຫາເງິນເກັ່ງແລະບໍລິຫານເງິນເປັນ: ບໍ່ມີໃຜຢາກເປັນຜູ້ຍິງເກັ່ງແລະໄສ້ແຫ້ງ ບໍ່ມີລາຍໄດ້ພໍໃຊ້ ຜູ້ຍິງທີ່ເກັ່ງຈະເບິ່ງລາຍໄດ້ແລະຫຼຸດລາຍຈ່າຍ


3.ພັດທະນາຄວາມສາມາດ: ຜູ້ຍິງທີ່ເກັ່ງຈະມີຄວາມສາມາດສູງບໍ່ແພ້ໃຜ ແລະຫຼາຍຄັ້ງເໜືອກວ່າຜູ້ຊາຍອີກ ເຮັດໃຫ້ຜູ້ຊາຍຕ້ອງອາຍເປັນແຖວ ແຕ່ຄວງາມສາມາດນັ້ນຕ້ອງຜ່ານການຝຶກຝົນ ທັກສະແລະກຽມຄວາມພ້ອມ.


4.ມີຄວາມໝັ້ນໃຈສູງ ຜູ້ຍິງສະໄໝໃໝ່ມີຄວາມສາມາດແລະປະສົບຄວາມສຳເລັດ ລ້ວນມີສິ່ງໜຶ່ງທີ່ຄືກັນ ຄືຄວາມໝັ້ນໃຈໃນຕົນເອງທຸກສິ່ງທີ່ລົງມືເຮັດຈະມາພ້ອມກັບຄວາມໝັ້ນໃຈ
5.ໃຫ້ຄວາມສຳຄັນກັບຄອບຄົວ: ເຖິງແມ່ນວ່າຈະພະຍາຍາມເຮັດວຽກຢ່າງໜັກແລະມີຄວາມຮັບຜິດຊອບໃນໜ້າທີ່ສູງ ແຕ່ກໍພະຍາຍາມຈັດສັນເວລາແບ່ງໃຫ້ກັບວຽກແລະຄອບຄົວ


6.ເບິ່ງທຸກວິນາທີມີຄ່າ: ການບໍລິຫານເວລາທີ່ດີທີ່ສຸດ ຄືບໍລິຫານວຽກແບບທຸກວິນາທີ ເພາະຈະໃຊ້ເວລາແບບຄຸ້ມຄ່າທີ່ສຸດ ມີການຈັດວາງແຜນການເຮັດວຽກລ່ວງໜ້າຢ່າງໜ້ອຍໜື່ງມື້.
7.ເຮັດວຽກໜັກກວ່າຄົນອື່ນ: ການເຮັດວຽກໜັກຊ່ວຍພັດທະນາຄວາມສາມາດສະເພາະດ້ານ ແລະເພີ່ມໂອກາດທີ່ຈະບັນລຸເປົ້າໝາຍໄປໃນຕົວ ຜູ້ຍິງທີ່ເກັ່ງຈະເຮັດວຽກໜັກບໍ່ແພ້ຄົນອື່ນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page