ທະຫານເກົາຫຼີໃຕ້ແລະສະຫະລັດ ໄດ້ຮ່ວມກັນຊ້ອມຮົບຂ້າມແມ່ນ້ຳ ຂະນະທີ່ເກົາຫຼີເໜືອປະທ້ວງ.
ທະຫານຊ່າງເກົາຫຼີໃຕ້ແລະທະຫານຊ່າງອາເມລິກາ ໄດ້ຊ່ວຍກັນສ້າງຂົວລອຍນ້ຳເພາະນຳລົດຖັງແລະຍານຫຸ້ມເກາະອື່ນໆ ຂ້າມແມ່ນ້ຳເຊິ່ງການລຳລຽງລົດຖັງແລະຍານຫຸ້ມເກາະຂ້າມາແມ່ນ້ຳຄັ້ງນີ້ ເປັນສ່ວນໜຶ່ງຂອງການຮ່ວມຊ້ອມຮົບຄັ້ງໃຫຍ່ລະຫວ່າງເກົາຫຼີໃຕ້ກັບສະຫະລັດ ແຕ່ກັບສ້າງຄວາມບໍ່ພໍໃຈຫຼາຍໃຫ້ແກ່ເກົາຫຼີເໜືອ
ຂະນະທີ່ເຮລິຄັອບເຕີ ຈູ່ໂຈມຂອງເກົາຫຼີໃຕ້ບິນເໜືອບໍລິເວນທີ່ມີການຊ້ອມລຳລຽງລົດຖັງແລະຍານຫຸ້ມເກາະຂ້າມແມ່ນ້ຳນຳຮານໃກ້ເມືອງເຍຊູ ທາງໃຕ້ຂອງກຣຸງໂຊ ໂດຍການຊ້ອມຮົບລ່າສຸດ ເກົາຫຼີໃຕ້ໄດ້ນຳຍານຫຸ້ມເກາະຈູ່ໂຈມຂອງກອງພັນເຄື່ອນທີ່ 11 ເຂົ້າຮ່ວມການຊ້ອມຮົບໂຮກຸກ 22ເປັນເວລາ 12ວັນດ້ວຍ ແລະຍານຫຸ້ມເກາະໄດ້ແລ່ນຂ້າມຂົວລອຍນ້ຳທີ່ທະຫານຊ່າງເກົາຫຼີໃຕ້ແລະທະຫານຊ່າງອາເມລິກາຮ່ວມມືກັນ
ແນວໃດກໍຕາມເກົາຫຼີເໜືອໄດ້ປະນາມການຊ້ອມຮົບລະຫວ່າງສະຫະລັດ ແລະເກົາຫຼີໃຕ້ທີເຮັດໃຫ້ສະຖານະການຕຶງຄຽດ ແຕ່ເກົາຫຼີເໜືອໄດ້ຍິງທົດສອບຈະຫຼວດແລະປືນໃຫຍ່ເປັນການຕອບໂຕ້.