ວ່າທີ່ເຈົ້າສາວສຸດຊ້ຳ! ເຈົ້າບ່າວຫອບສິນສອດໜີ
ຜູ້ສື່ຂ່າວໄດ້ຮັບແຈ້ງທຸກຈາກຍິງສາວທ່ານໜຶ່ງ ຫຼັງຖືກຊາຍໜຸ່ມຕົວະຕີສະໜິດຢູ່ກິນຄືຜົວເມຍ ທຳທ່າມອບສາຍຄໍຄຳ 10ບາດ ໝັ້ນໝາຍໄວ້ກ່ອນແຕ່ງ ຢູ່ກິນດ້ວຍກັນ 2ເດືອນ ອອກອຸບາຍຂໍສາຍຄໍໃສ່ໜີກັບບ້ານ ແຖມຍອມຮັບສາລະພາບວ່າມີເມຍແລ້ວ ຂໍໃຫ້ເລີກຄົບກັນ ແລະຢ່າແຈ້ງຄວາມເອົາຜິດ
ໂດຍຍິງສາວເປີດເຜີຍວ່າ ທີ່ຜ່ານມາໄດ້ຮູ້ຈັກແລະຄົບຫາກັບຊາຍໜຸ່ມ ເຊິ່ງເປັນຊ່າງຮັບເໝົາເຮັດທໍ່ນ້ຳປະປາ ໄດ້ມາຮັບເໝົາຢູ່ໃນພື້ນທີ່ແລະໄດ້ຮູ້ຈັກກັນຈົນກະທັ່ງໄປມາຫາສູ່ກັນຕະຫຼອດ ສຸດທ້າຍຝ່າຍຊາຍບອກຮັກແລະຂໍຢູ່ນຳ ຈາກນັ້ນນຳສາຍຄໍຄຳ 10ບາດ ມາໝັ້ນໝາຍມີຍາດພີ່ນ້ອງຝ່າຍຍິງຮັບຮູ້ ແລະຢູ່ກິນແບບຜົວເມຍ ລະຫວ່າງນັ້ນຂໍເກັບເງິນໄວ້ແຕ່ງງານກັນແລະຝ່າຍຊາຍບອກວ່າຈະມາສູ່ຂໍຫຼັງອອກພັນສາ
ກ່ອນອອກພັນສາຕົນໄດ້ຈັດງານແຕ່ງລູກຊາຍ ກໍ່ມາຂໍສາຍຄໍຄຳ 10ບາດໃສ່ງານແຕ່ງ ບອກວ່າແລ້ວງານຈະຄືນໃຫ້ ຕົນກໍບໍ່ຄິດຫຍັງ ຫຼັງຈາກແລ້ວງານລູກຊາຍ ບອກວ່າຂໍໃສ່ສາຍຄໍຕໍ່ອີກ ຈະໄປເຮັດວຽກຕົນຈຶ່ງໃຫ້ສາຍຄໍເສັ້ນນັ້ນໃສ່ຕໍ່ໄປ ແຕ່ຊາຍໜຸ່ມກໍໄດ້ຫາຍອອກຈາກບ້ານບໍ່ຕິດຕໍ່ກັບມາ ຕົນໄດ້ຕິດຕໍ່ໄປຫາແຕ່ບໍ່ຮັບສາຍ ຈົນໃຊ້ເບີໂທລະສັບໝາຍເລກອື່ນໂທໄປຈຶ່ງຮັບສາຍແລະໄດ້ຮູ້ຄວາມຈິງວ່າຊາຍໜຸ່ມນັ້ນມີເມຍແລ້ວແລະບອກຕົນວ່າ ຢ່າແຈ້ງຄວາມເອົາຜິດເລີຍ, ຢ່າສາບຢ່າແຊ່ງດ້ວຍ ຂໍຈົບກັນພຽງເທົ່ານີ້ ແຕ່ບໍ່ຂໍຈົບງ່າຍໆຈະໄປແຈ້ງຄວາມດຳເນີນຄະນີໃຫ້ເຖິງທີ່ສຸດ.