ຍຸກນີ້ຄົນບໍ່ຈິງໃຈຫຼາຍ ເບິ່ງໃຫ້ອອກ..ພຽງສັງເກດບ່ອນນີ້
ດຽວນີ້ສັງຄົມເຮົາສ່ວນຫຼາຍນັ້ນ ໃສ່ໜ້າກາກເຂົ້າຫາກັນ ທຳທ່າເຮັດເປັນດີ ເພື່ອຫວັງຫຍັງບາງຢ່າງ ໃນພາຍຫຼັງ ເວົ້າກົງໆຄືເບິ່ງຍາກທີ່ຈະຮູ້ວ່າໃຜຈິງໃຈ ໃຜໜ້າວາຍຫຼັງຫຼອກ ຄວນອົດທົນໃຫ້ຫຼາຍ , ຮອບຄອບລະອຽດ ແລະໃຊ້ເວລາເປັນເຄື່ອງພິສູດ
ເພາະຄົນພວກນີ້ເຂົ້າມີເລ່ຫຼ່ຽມ ມີສິນລະປະໃນການໂນ້ມນ້າວໃຈ ແຕ່ບໍ່ດົນຄົນເຫຼົ່ານີ້ ພວກເຂົາຕ້ອງເຜີຍທາດແທ້ຕົນເອງອອກມາ ເພາະຖ້າເຂົາເປັນຄົນບໍ່ດີແທ້ ເຂົາກໍ່ບໍ່ສາມາດທຳທ່າ ເປັນຄົນດີໄດ້ຕະຫຼອດໄປດອກ ພໍຄວາມຈິງປາກົດເຂົາກໍຖືກສັງຄົມລົງໂທດເອງ
ດັ່ງນັ້ນພຽງເຮົາຮັກສາຄວາມດີຂອງຕົນເອງເອົາໄວ້ກໍ່ພໍ ແລະອົດທົນໄວ້ ເພາະອົດທົນຄືວິທີໃນການເອົາຊະນະຄົນປະຈົບປະແຈ້ງ ບໍ່ມີໃຜສະແດງເປັນຄົນອື່ນໄດ້ຕະຫຼອດໄປດອກ ເພາະຈັກມື້ເຂົາກໍ່ຕ້ອງແພ້ໄພຕົນເອງ ເອົາຊະນະໃຈຕົນເອງໃຫ້ໄດ້ ຈົ່ງບອກກັບຕົນເອງວ່າ ຢ່າງແພ້ທາງ ຢ່າອ່ອນແອໃຫ້ພວກເຂົາໄດ້ເຫັນ ຢ່າຖຽງແບບທີ່ເຮົາຄິດ
ແຕ່ຈົ່ງງຽບເຂົ້າໄວ້ ຍິ້ມຢ່າງດຽວພໍ ບໍ່ວ່າພວກເຂົາຈະມາໄມ້ໃດ ຢ່າໄປຫຼົງກົນເຂົາກໍ່ພໍ ມາຮ້າຍມາດີກໍ່ຊ່າງເຂົາ ຢາກດ່າຢາກດູຖູກກໍ່ປ່ອຍໄປ ຢ່າໄປຮັບເອົາເຮົາບໍ່ເຈັບປວດ ຕາມປາກເຂົາ ອີກບໍ່ດົນຄົນເວົ້າກໍ່ຈະຮູ້ສຶກເຈັບປວດໄປເອງ ທີ່ສຳຄັນເຮົາບໍ່ສາມາດເຮັດໃຫ້ທຸກຄົນມັກເຮົາໄດ້ ແຕ່ທີ່ສຸດແລ້ວເຮົາກໍພຽງດຳເນີນຊີວິດດ້ວຍການເປັນໂຕຂອງໂຕເອງມີຄວາມສຸກເທົ່ານັ້ນກໍພໍແລ້ວ.