ສາວສຸດຊ້ຳຕີສະໜິດຢືມເງິນ ບອກໃຫ້ດອກສູງ ທຳອິດບໍ່ຫຼາຍ ຈ່າຍກົງ ຈົນຫຼົງເຊື່ອ ໂອນໄປ 1.8ລ້ານບາດ ແລ້ວຊິ້ງໜີເງິນບໍ່ໄດ້ ຜົວມາຮູ້ທີຫຼັງກໍ່ຈະເລີກ
ຍິງສາວປະເທດເພື່ອນບ້ານ ນຳຫຼັກຖານມາໂຊຫຼັງໃຫ້ສອງແມ່ລູກທີ່ສະໜິດກັນມາ 7-8ປີ ຢືມເງິນໄປກວ່າ 1.8ລ້ານບາດ ຕອນທຳອິດບອກຈະໃຫ້ດອກເບ້ຍສູງກໍ່ຈ່າຍກົງມື້ ຫຼັງໆມາບໍ່ຈ່າຍ ເງິນເກັບກ້ຽງ ວອນຂໍນຳມາຄືນ ຕອນນີ້ຮ້ອງໄຫ້ທຸກຄືນ ແຖມສາມີກໍ່ຈະບອກເລີກອີກດ້ວຍ.
ຜູ້ເສຍຫາຍເຜີຍວ່າ ຕົນຮູ້ຈັກກັບຄົນກໍ່ເຫດມາ 7-8ປີແລ້ວ ເພາະເປັນລູກຄ້າປະຈຳ ໂດຍບອກວ່າຕົນເອງເປັນຜູ້ຮັບເໝົາສ້າງເຮືອນ ແລະເປັນນາຍໜ້າໃຫ້ກັບຄົນກູ້ເງິນທະນາຄານ ເຊິ່ງຕົ້ນເດືອນຜ່ານມາ ເຂົາມາຕີສະໜິດແລ້ວຂໍຢືມເງິນທຳອິດ 1ແສນບາດ ບອກຈະໄປລົງທືນຊື້ອຸປະກອນສ້າງເຮືອນ ຂໍພຽງ 3ມື້ຈະຄືນ ໂດຍຈະບອກໃຫ້ດອກເບ້ຍລາຍວັນ ເຂົ້າກໍ່ເອົາມາຄືນຕາມມື້ພ້ອມດອກເບ້ຍ ເລີຍໃຫ້ຢືມອີກເທື່ອລະ 1-5ແສນບາດ ບອກຈະໄປລົງທືນຢາງພາລາ
ໂດຍເຈົ້າໂຕບອກວ່າອ້າຍກູ້ເງິນທະນາຄານໄດ້ 10ລ້ານ ຈາກນັ້ນຈະຮີບເອົາມາຄືນ ພໍຮອດມື້ຈ່າຍກໍ່ງຽບໄປ ລວມມູນຄ່າໜີ້ 1.8ລ້ານບາດ ຈົນມາຮູ້ວ່າເຂົາເຮັດແບບນີ້ກັບຫຼາຍຄົນ ແລ້ວກໍ່ຫອບເງິນໜີ ຕົນຊ້ຳໃຈຫຼາຍທີ່ພົບແບບນີ້ ດ້ານສາມີມາຮູ້ທີຫຼັງກໍໃຈຮ້າຍ ສັ່ງໃຫ້ເອົາຄືນມາໃຫ້ໄດ້ ຖ້າບໍ່ໄດ້ຈະຢ່າກັນ ຕົນເສຍໃຈຫຼາຍຕອນນີ້ຈະເສຍເງິນແລ້ວຈະເສຍຜົວອີກ ຢາກໃຫ້ເອົາມາຄືນ ດອກເບ້ຍບໍ່ເອົາແລ້ວ ເອົາແຕ່ຕົ້ນທືນພໍ.