ເຕືອນ! ຢ່າຫຼົງເຊື່ອຢາຖູແຂ້ວ 3ແບຼນໂຄສະນາເກີນຈິງ

ເຕືອນ! ຢ່າຫຼົງເຊື່ອຢາຖູແຂ້ວ 3ແບຼນໂຄສະນາເກີນຈິງ


ສຳນັກງານຄະນະກຳມະການອາຫານແລະຢາ ກວດສອບຂໍ້ມູນຂ່າວປອມຂອງຜະລິດຕະພັນສຸຂະພາບ ທີ່ເຜີຍແພ່ໃນເຟສ ພົບຜະລິດຕະພັນຢາສີຟັນ 3ຍີ່ຫໍ້ ໂຄສະນາໂອ້ອວດເກີນຈິງໄດ້ແກ່:


1.ຜະລິດຕະພັນທຣີດີ ພຣີມ່ຽມ ພັສ ທູເພສ (3D PREMIUM PLUS TOOTHPASTE) ຊື່ການຄ້າ ເອທີເຄ (ATK) ເລກທີ່ໃບຈົດແຈ້ງ 10-1-6400019767 ອວດອ້າງຈັດການຫີນປູນ..ແຂ້ວເຫຼືອງ, ກິ່ນປາກ ຮ້ອນໃນ ແລະຄາບຢາສູບ, ຊາ, ກາເຟ.


2.ຜະລິດຕະພັນ ລິວິດ ທູເພສ (LIQUID TOOTHPASTE) ຊື່ການຄ້າ ໂອເຄ ເຄຣຍ (OK CLEAR) ເລກທີ່ຈົດແຈ້ງ 40-1-6300038347 ອວດອ້າງຮັກສາຟັນຜຸ..ຟັນໂຍກ ເຫັນຜົນໃນ 2ນາທີ
3.ຜະລິດຕະພັນ ຟັນທົນ ຢາສີຟັນສະໝູນໄພສູດເຂັ້ມຂຸ້ນ ( ລົດດັ່ງເດີມ) (FUNTON CONCENTRATED HERBAL TOOTHPASTE (ORIGINAL) ເລກທີ່ໃບຈົດແຈ້ງ 76-1-6400037025 ອວດອ້າງຮັກສາເຫງືອກອັກເສບ..ປວດຟັນ, ຟັນໂຍກ ແລະຟັນຜຸ.

ການໂຄສະນາດັ່ງກ່າວເປັນການໂຄສະນາເກີນຈາກຄວາມເປັນຈິງ ກໍ່ໃຫ້ເກີດຄວາມເຂົ້າໃຈຜິດຕໍ່ຜູ້ບໍລິໂພກ ເນື່ອງຈາກຢາສີຟັນເປັນພຽງຜະລິດຕະພັນເຄື່ອງສຳອາງທີ່ໃຊ້ກັບຢາສີຟັນ ແລະເຍື່ອບຸໃນຊ່ອງປາກເພື່ອທຳຄວາມສະອາດເທົ່ານັ້ນ ດັ່ງນັ້ນ ການອວດອ້າງວ່າສາມາດແກ້ບັນຫາຮ້ອນໃນ ຮັກສາຟັນຜຸ ເຫງືອກອັກເສບ ປວດຟັນ, ຟັນໂຍກ ຈຶ່ງເປັນຂໍ້ຄວາມທີ່ເປັນເທັດ ໂອ້ອວດເກີນຈິງແລະເຮັດໃຫ້ເຂົ້າໃຈຜິດໃຈສາລະສຳຄັນກ່ຽວກັບເຄື່ອງສຳອາງ


ຂໍແນະນຳຜູ້ບໍລິໂພກຄວນແປງຟັນໃຫ້ຖືກວິທີຢ່າງໜ້ອຍມື້ລະ 2ຄັ້ງ ໃຊ້ໄໝຂັດຟັນຊ່ວຍທຳຄວາມສະອາດ ຊອກຟັນ ເລືອກໃຊ້ຢາສີຟັນປະສົມສານຟູອໍໄຣ ເພາະຈະສາມາດຊ່ວຍປ້ອງກັນຟັນຜຸໄດ້ແລະຄວນໄປພົບທັນຕາແພດຕາມນັດຫຼືທຸກ 6ເດືອນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page