ຊັອກກັບບາດຫາມາໝົດທັງຊີວິດ ຖືກງັດຕູ້ເຊັບກວດຄຳໄປ30ບາດ

ຊັອກກັບບາດຫາມາໝົດທັງຊີວິດ ຖືກງັດຕູ້ເຊັບກວດຄຳໄປ30ບາດ

ຜູ້ສື່ຂ່າວໄດ້ຮັບການເປີດເຜີຍຈາກ ນາງສາວ ເຈຈີຣາ ໄທທອງມີ ອາຍຸ 37ປີ ວ່າຖືກຄົນຮ້າຍເຂົ້າມາລັກເອົາຊັບສິນພາຍໃນເຮືອນ ໄດ້ທອງຄຳໄປນ້ຳໜັກ30ບາດ


ເຫດການດັ່ງກ່າວມີຄົນຮ້າຍເຂົ້າມາກໍ່ເຫດຊ່ວງທີ່ຕົນແລະຄອບຄົວໄປທ່ຽວງານປະຈຳປີ ເຊິ່ງຫ່າງຈາກເຮືອນປະມານ 3ກິໂລແມັດ ທາງຄອບຄົວໄດ້ຮ່ວມເຮັດບຸນ ຊື້ໂຕະອາຫານໄວ້ 2ໂຕະເພື່ອຊົມຄອນເສີດ


ຈົນຮອດເວລາ 21.10ນ ຕົນກັບມາເຮືອນ ເມື່ອມາຮອດຮູ້ສຶກແປກໃຈ ເພາະພົບຄວາມຜິດປົກກະຕິທີ່ຜ້າກັ້ງໃນຫ້ອງຖືກປິດສະໜິດ ຈຶ່ງຮີບໄປກວດສອບ ແລະຂະນະທີ່ກຳລັງເປີດປະຕູເຂົ້າຫ້ອງນັ້ນ ໄດ້ມີຊາຍຄົນຮ້າຍຈື່ໄດ້ວ່າໃສ່ໝວກສີເທົາເຂັ້ມ ໃສ່ເສື້ອແຂນຍາວລາຍສະກ໊ອດສີຂຽວ ໃສ່ໂສ້ງຂາຍາວສີດຳ ສູງປະມານ 170ຊມ. ແລ່ນສວນທາງອອກມາຈາກຫ້ອງ ດ້ວຍຄວາມຕົກໃຈຈຶ່ງຮ້ອງຂໍຄວາມຊ່ວຍເຫຼືອ

ຕໍ່ມາອ້າຍເຂີຍກໍ່ຮີບແລ່ນມາເບິ່ງ ແລ້ວຖືປືນແລ່ນໄລ່ນຳຄົນຮ້າຍໄປ ແຕ່ບໍ່ທັນ ຈຶ່ງແຈ້ງຕຳຫຼວດໃຫ້ມາກວດສອບ
ເບື້ອງຕົ້ນພົບວ່າຕູ້ເຊບຖືກງັດ ເສຍຄຳນ້ຳໜັກລວມ 30ບາດ ແລະທະນະບັດເກົ່າທີ່ສະສົມໄວ້ ມີມູນຄ່າສູງອີກຈຳນວນຫຼາຍ ຄາດວ່າຄົນຮ້າຍໄດ້ໃຊ້ຖັງນ້ຳ 200ລິດ ປີນເຂົ້າທາງປ່ອງຢ້ຽມ ແລະຄົນຮ້າຍໄດ້ຖິ້ມຮອຍນິ້ວມືເປື້ອນຂີ້ຕົມ ແລະຮອຍເກີບບໍລິເວນຮອບບ້ານ.

( ຂ່າວປະເທດເພື່ອນບ້ານ)

Leave a Reply

Your email address will not be published. Required fields are marked *

You cannot copy content of this page