5 ວິທີສ້າງກຳລັງໃຈ ໃຫ້ກັບຕົນເອງ ເພີ່ມຄວາມສຸກໃນການເຮັດວຽກ
1.ບໍ່ມີງານບໍ່ມີເງິນ: ໃຫ້ເຮົາຄິດຢູ່ສະເໝີວ່າ ບໍ່ມີງານບໍ່ມີເງິນ=ບໍ່ມີກິນ ເມື່ອເຮົາອາຍຸຫຼາຍຂຶ້ນເຮົາຈະໄດ້ຮຽນຮູ້ວ່າ ບໍ່ຫຍັງທີ໋ໜ້າຢ້ານກົວເທົ່າກັບການບໍ່ມີເງິນ ຮຽນບໍ່ເກັ່ງໜ້າຕາບໍ່ດີຫຼືເປັນໂສດ ບໍ່ເປັນຕາຢ້ານເທົ່າບໍ່ມີເງິນ
2.ບໍ່ມີຫຍັງທີ່ຍາກເກີນໄປ: ຢ່າບອກຕົນເອງວ່າເຮົາບໍ່ມີວັນເຮັດໄດ້ຖ້າເຮົາມີຄວາມເຊື່ອໝັ້ນ ມຸ່ງໝັ້ນຕັ້ງໃຈແລ້ວ ບໍ່ວ່າເລື່ອງຫຍັງກໍ່ບໍ່ເກີນຄວາມສາມາດຂອງເຮົາ ຖ້າຫາກມື້ນີ້ຍັງບໍ່ດີກໍ່ພະຍາຍາມໃຫ້ຫຼາຍຂຶ້ນ
3.ເບິ່ງວຽກໃຫ້ເປັນຄືເກມ: ຢາກໃຫ້ເຮົາເບິ່ງວ່າການມາເຮັດວຽກ ຄືການມາຫຼິ້ນເກມ ປຽບເໝືອນວຽກທີ່ກອງຢູ່ຕໍ່ໜ້າຫຼືບັນຫາຕ່າງໆທີ່ຖ້າເຮົາແກ້ໄຂ ຖ້າຜ່ານເກມຜ່ານດ່ານນີ້ໄປໄດ້ເຮົາກໍຄືຜູ້ຊະນະ
4.ສະເໜີຄວາມຄິດໃໝ່ໆ: ກ້າທີ່ຈະສະເໜີຄວາມຄິດໃໝ່ໆໃຫ້ກັບເພື່ອນຮ່ວມງານ ຫາກຄວາມຄິດຂອງເຮົາໄດ້ຮັບການພິຈາລະນາຈະເຮດັໃຫ້ເຮົາເກີດຄວາມພາກພູມໃຈ ແລະເຮັດໃຫ້ເຮົາມີກຳລັງໃຈໃນການເຮັດວຽກຫຼາຍຂຶ້ນ.
5.ການເຮັດວຽກຈະເຮັດໃຫ້ເຮົາມີສັງຄົມ: ເພາະໂລກມັນກ້ວາງ ຄົນອ້ອມຂ້າງຈຶ່ງສຳຄັນ ການມາເຮັດວຽກໃນແຕ່ລະມື້ກໍຄືການໄດ້ມາພົບໝູ່ເພື່ອນໄດ້ພົບປະກັບຜູ້່ຄົນໃນສັງຄົມຫຼາກຫຼາຍຂຶ້ນ.