ແຊເກັບໄວ້ເລີຍ 6 ຕົ້ນໄມ້ມຸງຄຸນ ປູກແລ້ວລວຍ ຊ່ວຍເສີມໂຊກລາບ
1.ຕົ້ນເສດຖີ: ຄົນບູຮານເຊື່ອວ່າຫາກຜູກຕົ້ນເສດຖີໄວ້ໜ້າເຮືອນຈະນຳໂຊກມາໃຫ້ ແລະຄວນປູກໄວ້ທິດຕາເວັນອອກສຽງໃຕ້ ຖ້າປູກໃນວັນພຸດຈະເຮັດໃຫ້ເປັນມຸງຄົນຍິ່ງຂຶ້ນ

2.ຕົ້ນດາວເຮືອງ: ເຊິ່ງຈະຊ່ວຍນຳເງິນທອງເຂົ້າມາໃນເຮືອນ ເພາະສີເຫຼືອງທອງຂອງດອກດາວເຮືອງປຽບເໝືອນເງິນທອງເຕັມບ້ານ ຫາກປູກໄວ້ໜ້າບ້ານຫຼືບໍລິເວນບ້ານໃຫ້ດອກອອກຫຼາຍຈະຍິ່ງເສີມໂຊກລາບ

3.ຕົ້ນນາງກວັກ: ເຊິ່ງເຊື່ອກັນວ່າຈະຊ່ວຍກວັກເງິນ ກວັກທອງ ເຂົ້າບ້ານ ຫາກໃຜເຮັດກິດຈະການເປີດຮ້ານຕ່າງໆຕົ້ນນາງກວັກຈະຊ່ວຍເຮັດໃຫ້ກິດຈະການຈະເລີນຮຸ່ງເຮືອງແລະຄ້າຂາຍດີ

4.ຕົ້ນກະບອງເພັດ: ເຊື່ອກັນວ່າຈະເຮັດໃຫ້ກິດຈະການກ້າວໜ້າ ຈະໄດ້ເລື່ອນໜ້າທີ່ການງານໄວ ແລະຈະພາໂຊກລາບມາສູ່ຄອບຄົວ ຖ້າຫາກປູກໃຫ້ເກີດດອກໄດ້ຫຼາຍແລະງາມສະແດງວ່າຜູ້ນັ້ນຈະມີໂຊກລາບໄດ້ເງິນໄດ້ທອງ

5.ອອມເງິນອອມທອງ: ຄົນບູຮານເຊື່ອວ່າປູກຕົ້ນອອມເງິນ ອອມທອງ ຈະເຮັດໃຫ້ມີເງິນ ມີທອງຫຼາຍ ເພາະເປັນຕົ້ນໄມ້ມຸງຄຸນຄືດັ່ງຊື່ຕົ້ນນັ້ນເອງ.

6.ເງິນໄຫຼມາ: ພຽງແຕ່ຊື່ຂອງຕົ້ນກໍ່ຮູ້ແລ້ວວ່າເປັນມຸງຄຸນ ແລະເຊື່ອວ່າເງິນຈະໄຫຼມາຕາມຊື່ຂອງຕົ້ນເພື່ອເພີ່ມຄວາມໂຊກດີຫຼາຍຂຶ້ນ ຄວນປູກຕົ້ນນີ້ວັນອັງຄານແລະວາງໄວ້ທິດຕາເວັນອອກສຽງໃຕ້.
