ກັ້ນບໍ່ໄຫວ!ລົງໄປຖ່າຍໜັກຢູ່ປ່າຊ້າເກົ່າກ່ອນຫາຍໂຕໄປຢ່າງລຶກລັບ
ເຈົ້າໜ້າທີ່ ( ປະເທດເພື່ອນບ້ານ) ເຜີຍວ່າໄດ້ຮັບແຈ້ງເຫດໃຫ້ຄົ້ນຫາຊາຍໜຸ່ມທີ່ສູນຫາຍໄປໃນປ່າທືບ ຫຼັງເຂົ້າໄປປົດທຸກໜັກ ເຊິ່ງເປັນປ່າຊ້າເກົ່າ ໄດ້ລະດົມກຳລັງກັນຄົ້ນຫາກວ່າຫຼາຍຊົ່ວໂມງ ກ່ອນຈະພົບຕົວຫາກຈຸດທີ່ສູນຫາຍ 10ກິໂລແມັດ ສ້າງຄວາມມືນງົງໃຫ້ກັບຊາວບ້ານຫຼາຍ.
ທັ້ງນີ້ຈຸດທີ່ສູນຫາຍເປັນປ່າຊ້າເກົ່າ ມີສານຜຸພັງໄວ້ສວດສົບ ສະພາບວັງເວງ ທາງຄອບຄົວຜູ້ສູນຫາຍເຜີຍວ່າໄດ້ຂັບລົດນຳໝາກແຕງມາສົ່ງລູກຄ້າ ລະຫວ່າງທາງເຈົ້າໂທໄດ້ຂໍໄປປົດທຸກ ກ່ອນຜ່ານໄປ 10ນາທີບໍ່ເຫັນອອກມາ ຈຶ່ງລົງໄປເບິ່ງ ກ່ອນຈະໂທໄປກໍ່ຕິດຕໍ່ຍາກ ເນື່ອງຈາກອີກຝ່າຍຫູດັບຈາກການກິນໝູດິບ ຫາກໍ່ອອກໂຮງໝໍມີອາການທາງຈິດ ໂດຍລະຫວ່າງລໍຖ້າເລີຍໄປຫາໝໍດູແຈ້ງວ່າ ມີຫຍັງບັງຕາເຮັດໃຫ້ຫາບໍ່ພົບ
ທາງພະວັດໃກ້ຄຽງກັບປ່າຊ້າເຜີຍວ່າ ປ່າແຫ່ງນີ້ຖືກເລົ່າວ່າມີອາຖັນ ແນວໃດກໍຕາມໃນທີ່ສຸດເຈົ້າໜ້າທີ່ກໍພົບຕົວຫ່າງຈາກຈຸດທີ່ຫາຍ 10ກິໂລແມັດ ເຈົ້າຕົວມີອາການອ່ອນເພຍ ແຕ່ຍັງສົນທະນາຕອບກັບຍາດພີ່ນ້ອງຮູ້ເລື່ອງ.