ຕຳນານຮັກ 5ນາທີ! ແມ່ປ້າໄວ57ປີພົບຮັກໃນໂຊຊ່ຽວ
ຈາກ TikTok @tudsanee ໂພສຂໍ້ຄວາມ “ ຄວາມຮັກສວຍງາມສະເໝີ” #ພົບກັນຄັ້ງທຳອິດ #ພົບຮັກໃນ tiktok ພ້ອມຮູບພາບເລື່ອງລາວຄວາມຮັກຂອງຊາຍຍິງຄູ່ໜຶ່ງ ທີ່ລົກພົບຮັກກັນຜ່ານຍສື່ອອນລາຍ ແລະສຸດທ້າຍກໍ່ໄດ້ພົບໜ້າກັນພຽງ 5ນາທີ
ຫຼັງຈາກຝ່າຍຈິງໄດ້ຮ່ວມເດີນທາງຄະນະບຸນໄປພາກຕາເວັນອອກສຽງເໜືອ ຈົນເປັນກະແສຄວາມຮັກຜ່ານສື່ທີ່ຖືກກ່າວເຖິງກັນເປັນຈຳນວນຫຼາຍ ມີຍອດເຂົ້າຊົມແລ້ວກວ່າ 1.6ລ້ານຄັ້ງ
ລ່າສຸດຜູ້ສື່ຂ່າວໄດ້ເດີນທາງໄປພົບຜູ້ຍິງທີ່ຢູ່ໃນຮູບພາບ ຮູ້ຊື່ວ່າຄື ນາງ ກຳໄລ ຄົງທິມ ອາຍຸ 57ປີ ພ້ອມເຜີຍວ່າ ຫຼັງຈາກສາມີເສຍຊີວິດ
ເຮັດໃຫ້ຕົນຕ້ອງເປັນແມ່ລ້ຽງດ່ຽວດູແລລູກ 3ຄົນພຽງລຳພັງມາເປັນເວລາ 12ປີ ເຊິ່ງຕໍ່ມາຕົນໄດ້ຊື້ທຣິບທ່ຽວສະແຫວງບຸນຈຶ່ງໄດ້ນັດພົບກັບຊາຍໜຸ່ມ ເນື່ອງຈາກແມ່ຝ່າຍຊາຍລົ້ມປ່ວຍກະທັນຫັນ ແມ່ນວ່າຈະຮູ້ສຶກເສຍໃຈ ແຕ່ກໍ່ຄິດເພື່ອໃຈແລ່ວວ່າເຮົາບໍ່ວາດສະໜາຕໍ່ກັນ
ຈົນກະທັ່ງຝ່າຍຊາຍຕິດຕໍ່ມາລະຫວ່າງທີ່ຈະເດີນທາງກັບຝ່າຍຊາຍຂໍໃຫ້ຢຸດລົດລໍຖ້າ ຂໍເວລາ 5ນາທີເພື່ອພົບໜ້າກັນເວລານັ້ນກໍ່ຮູ້ສຶກຕື່ນເຕັ້ນຫຼາຍ ທຸກຢ່າງຄ້າຍຄືໂລກຢຸດປິ່ນ ເຮັດໄດ້ພຽງຈ້ອງຕາກັນແລ້ວຍິ້ມໃຫ້ກັນ ຈັບໂທລະສັບຂຶ້ນມາຖ່າຍຮູບຄູ່ແຕ່ກໍ່ບໍ່ສາມາດຖ່າຍໄດ້ຈາກນັ້ນກໍ່ແຍກຍ້າຍ ແຕ່ສຸດທ້າຍທັງສອງກໍໄດ້ກັບມາຮັກກັນແລະຢູ່ຮ່ວມກັນຢ່າງມີຄວາມສຸກ.