ສາວນັດພົບແຟນຄັ້ງທຳອິດ! ຈູ ບສຸດຟິນ ເກືອບກາຍເປັນຈູ ບມໍລະນະ
ສາວໄວ 27ປີ ເລົ່າເຖິງຊ່ວງເວລາທີ່ລາວມີອາການແພ້ຈາກການ ຈູ ບ ກັບແຟນ ຕໍ່ມາກ່ອນຈະເກີດສັງເກດວ່າຮິມປາກແລະລຳຄໍຂອງລາວເລີ່ມຄັນແລະມີອາການບວມໜັກ ດ້ວຍຄວາມສັບສົນລາວຈຶ່ງພະຍາຍາມຄິດຫາວ່າຮັບປະທານຫຍັງໄປແດ່ ໂດຍລາວແພ້ອາຫານທະເລແລະກຸ້ງໜັກຫຼາຍ ແຕ່ບໍ່ໄດ້ກິນເລີຍຈັກໜ້ອຍໃນມື້ນັ້ນ

ເພື່ອຄວຮາມປອດໄພລາວໄດ້ສົ່ງຂໍ້ຄວາມຫາແຟນ ເພື່ອຖາມວ່າເຂົາກິນອາຫານທະເລມາກ່ອນວັນທີ່ເຮົາພົບກັນຫຼືບໍ່ ໂດຍເຂົາຕອບວ່າເຂົາກິນເຂົ້າຜັດກຸ້ງກ່ອນຈະພົບກັນໃນມື້ນັ້ນ ເຊິ່ງລາວໄດ້ໃຊ້ເວລາເປັນ 2-3ມື້ກວ່າປາກຈະກັບມາເປັນປົກກະຕິ ລາວກ່າວວ່າປະສົບການນີ້ “ ເປີດຫູເປີດຕາຢ່າງແນ່ນອນ” ແລະເຮັດໃຫ້ລາວສົງໄສວ່າ ຈະຕ້ອງຕັ້ງຄຳຖາມກ່ອນພົບຄົນໃໝ່ຫຼືບໍ່

ຕາມລາຍງານປະຕິກິລິຍາແພ້ຕໍ່ການແພ້ອາຫານຜ່ານການສຳພັດທາງອ້ອມເຊັ່ນ: ການ ຈູ ບ ເປັນເລື່ອງທີ່ຫາໄດ້ຍາກແຕ່ເກີດຂຶ້ນໄດ້ ເປັນທີ່ຮູ້ຈັກກັນວ່າ “ ຈູ ບ ແຫ່ງຄວາມຕາຍ” ແລະມີບາງກໍລະນີເຖິງແກ່ຊີວິດ ໂດຍໂປຼຕິນຈາກສານອາຫານສາມາດຍັງຢູ່ໃນປາກຂອງໃຜບາງຄົນໄດ້ ເປັນໄລຍະເວລາໜຶ່ງ
ຫຼັງຈາກຮັບປະທານອາຫານ ປະຕິກິລິຍານີ້ບໍ່ໄດ້ເກີດຂຶ້ນຕະຫຼອດເທົ່າກັບການສຳພັດກັບສານກໍ່ພູມແພ້ໂດຍກົງເຊັ່ນ: ການກືນກິນຫຼືສຳພັດອາຫານໂດຍກົງ ແລະເຖິງແມ່ນວ່າຈະບໍ່ກໍ່ໃຫ້ເກີດປະຕິລິຍາຮຸນແຮງ ແຕ່ກໍ່ອາດເຮັດໃຫ້ຫາຍໃຈລຳບາກ ຄື່ນໄສ້, ອາຈຽນ ແລະເປັນລົມ ລວມທັງອາການລວມທີ່ຮິມປາກ, ລຳຄໍແລະໃບໜ້າ.