( ຂຽນໄດ້ດີຫຼາຍ) ເຫດຜົນຄົນເຮັດວຽກເກັ່ງໃນຍຸກນີ້ຊີວິດບໍ່ກ້າວໜ້າ ແຕ່ຄົນທີ່ສະເໜີໜ້າມັກໄດ້ດີກວ່າ
ເລື່ອງນີ້ສະທ້ອນໃຫ້ເຫັນວ່າ ສັງຄົມການເຮັດວຽກທີ່ເປັນຢູ່ໃນທຸກມື້ນີ້ ເປັນແນວໃດ ຄືເລື່ອງຂອງຄວາຍແລະໝາ ທີ່ເພາະຄົນທີ່ສະເໜີໜ້າ ມັກໄດ້ດີກວ່າຄົນເຮັດວຽກງົກໆ ສົງໄສກັນບໍ່ວ່າ “ ຍ້ອນຫຍັງຄວາຍຈຶ່ງໄຖນາ ອາຫານທີ່ໄດ້ກິນຈຶ່ງບໍ່ແມ່ນເຂົ້າ ແຕ່ວ່າໝາທີ່ບໍ່ໄດ້ອອກແຮງງານເຮັດນາ ນັ່ງໆນອນໆໝົດມື້ ກັບໄດ້ກິນເຂົ້າຢ່າງສຳລານ”
ລອງມາຟັງເລື່ອງເລົ່າ “ ຄວາຍເຮັດນາໝາກິນເຂົ້າ” ກັນເບິ່ງ ແລ້ວເຮົາຈະເຂົ້າໃຈວ່າເຫດຜົຮມັຮຄືຫຍັງ ໃນສະໄໝກ່ອນຊາວນາໃຊ້ຄວາຍໄຖນາ ເພື່ອປູກເຂົ້າຊາວນາໄດ້ລ້ຽງສັດ 2ໂຕຄືຄວາຍກັບໝາ ໃນແຕ່ລະມື້ສັດທັງສອງ ຈະມີໜ້າທີ່ຄືການອອກໄປເຮັດນາຕັ້ງແຕ່ເຊົ້າ ເມື່ອເວລາໃກ້ທ່ຽງ ຊາວນາຈະອອກໄປກວດເບິ່ງຄວາມຮຽບຮ້ອຍຕ່າງໆ ແລະຢູ່ມາມື້ໜຶ່ງ ຂະນະທີ່ຄວາຍແລະໝາໄປເຮັດນາແຕ່ເຊົ້າ ຕາມປົກກະຕິຄວາຍຈະເປັນຜູ້ໄຖນາຢ່າງດຸໝັ້ນ
ຈາກນັ້ນຄວາຍທັ້ງເມື່ອຍແລະໝົດແຮງຈາກການໄຖນາ ຈຶ່ງໄປອາບນ້ຳແລະນອນພັກ ສ່ວນໝາມາຮອດນາກໍເອົາແຕ່ນອນພໍເຫັນວ່າໃກ້ທ່ຽງຄືເວລາທີ່ຊາວນາມາກວດວຽກ ກໍຮີບລຸກອອກໄປຍ່າງເທິງນາທີ່ຄວາຍໄດ້ໄຖໄວ້ຈົນທົ່ວນາມີແຕ່ຮອຍຕີນ ແລ້ວພໍຊາວນາມາຮອດໝາກໍ່ຮີບແລ່ນໄປຫາດ້ວຍຕົນໂຕທີ່ເປື້ອນໄດ້ດ້ວຍຂີ້ຕົມ ແລ້ວກໍ່ບອກວ່າຕົນໄດ້ໄຖນາຮຽບຮ້ອຍແລ້ວ ຊາວນາກໍຊື່ນຊົມ
ແຕ່ຊາວນາເບິ່ງໄປເຫັນຄວາຍຫຼັບຢ່າງສະບາຍໃຈຊາວນາກໍ່ຮູ້ສຶກໃຈຮ້າຍຈຶ່ງເຂົ້າໄປຕໍ່ວ່າຄວາຍວ່າຂີ້ຄ້ານ ບໍ່ສົມຄວນໄດ້ກິນເຂົ້າແລະຕໍ່ແຕ່ນີ້ໃຫ້ໄປກິນຫຍ້າແທນເຂົ້າ.
ໃນຍຸກປະຈຸບັນຖ້າປຽບທຽບການເຮັດວຽກເຊື່ອວ່າຫຼາຍໆຄົນຄົງພົບຄົນປະເພດດຽວກັນກັບໝາ ທີ່ມັກເຮັດວຽກເອົາໜ້່າປະຈົບເຈົ້ານາຍມັກເວົ້າຫຼາຍກວ່າລົງມືເຮັດ ເພື່ອຫວັງຜົນປະໂຫຍດ.