ລິ ທັສ ປະກາດລາອອກຈາກຕຳແໜ່ງນາຍົກລັດຖະມົນຕີອັງກິດ ຫຼັງເຂົ້າດຳລົງຕຳແໜ່ງໄດ້ພຽງ 45ວັນ ເນື່ອງຈາກຖືກກົດດັນຈາກພັກອານຸລັກນິຍົມ
ລິ ທັສ ນາຍົດລັດຖະມົນຕີຂອງສະຫະລາດຊະອານາຈັກ ປະກາດລາອອກ ຫຼັງຈາກດຳລົງຕຳແໜ່ງໄດ້ພຽງ45ວັນເທົ່ານັ້ນ ເຮັດໃຫ້ລາວເປັນນາຍົກລັດຖະມົນຕີດຳລົງຕຳແໜ່ງສັ້ນທີ່ສຸດໃນປະຫວັດສາດຂອງສະຫະລາດຊະອານາຈັກ
ທັສ ກ່າວວ່າ ລາວເຂົ້າມາດຳລົງຕຳແໜ່ງໃນຊ່ວງທີ່ເກີດວິກິດທາງການເງິນ ຄອບຄົວແລະທຸລະກິດຕ່າງກັງວົນເລື່ອງບິນຄ່າໄຟ ຂະນະທີ່ ວິກິດໃນຢູເຄຼນກໍຊ້ຳເຕີມຢ່າງໜັກ ເຊິ່ງລາວໄດ້ຮັບເລືອກຈາກພັກອານຸລັກນິຍົມເພື່ອທີ່ຈະແກ້ໄຂບັນຫານີ້ ລາວຮູ້ດີວ່າ ບໍ່ສາມາດດຳເນີນການຕາມສິ່ງທີ່ໃຫ້ຄຳໝັ້ນໄວ້
ຂະນະທີ່ໄດ້ຮັບເລືອກເປັນຫົວໜ້າພັກໄດ້ ແລະໄດ້ເຂົ້າເຝົ້າກະສັດລາດຊະການທີ 3 ເພື່ອຂໍລາອອກຈາກຕຳແໜ່ງ
ສ່ວນສາເຫດຂອງການລາອອກມາຈາກຄວາມວຸ້ນວາຍທີ່ເກີດຂຶ້ນຈາກການປະກາດໃຊ້ງົບປະມານຂະໜາດນ້ອຍ ແຕ່ມີສຽງຄັດຄ້ານຢ່າງໜັກຈົນຕ້ອງຖືກລະງັບໄປ ແນວໃດກໍຕາມ ທັສ ຈະຍັງຄົງດຳລົງຕຳແໜ່ງນາຍົກຕໍ່ໄປ ຈົນກວ່າຈະມີຜູ້ເຂົ້າມາຮັບຕຳແໜ່ງແທນ.