ປູຕິນປະກາດໃຊ້ກົດໄອຍະການເສິກໃນ 4ແຄ້ວນຢູເຄຼນ ກຽມພົນລະເມືອງກຽມສູ້ຮົບກັບຄຽບ
ປະທານາທິບໍດີວະລາດິມີ ປູຕິນ ບັງຕັບໃຊ້ໄອຍະການເສິກໃນ 4ແຄ້ວນຂອງຢູເຄຼນທີ່ແດນໝີຂາວຫາກໍ່ປະກາດລວມເປັນສ່ວນໜຶ່ງຂອງຕົນ ຂະນະທີ່ປະຊາຊົນບາງສ່ວນຂອງເມືອງເຕຍຊອນ ພາກັນອົບພະຍົບອອກໄປໂດຍທາງເຮືອ
ພາຍຫຼັງໄດ້ຮັບຄຳເຕືອນວ່າຝ່າຍຄຽບກຳລັງຈະບຸກໂຈມຕີແລ້ວ ດ້ານຜູ້ບັນຊາການຄົນໃໝ່ຂອງ “ ການປະຕິບັດການພິເສດທາງທະຫານ” ຂອງຣັດເຊຍ ຍອມຮັບສະຖານະການໃນສະໜາມຮົບຕຶງຄຽດ
ຮູບພາບຂອງປະຊາຊົນທີ່ກຳລັງຫຼົບໜີອອກຈາກເມືອງເຕຍຊອນ ເຊິ່ງຢູ່ທາງພາກໃຕ້ຂອງຢູເຄຼນ ແລະຢູ່ເໜືອຂຶ້ນໄປຈາກແຫຼມໄຄເມຍ ໄດ້ຮັບການເຜີຍແພ່ເຊິ່ງສະແດງໃຫ້ເຫັນການອົບພະຍົບຈາກຝັ່ງຂວາໄປຍັງຝັ່ງຊ້າຍຂອງແມ່ນ້ຳດານິໂປ ໃນຄວາມພະຍາຍາມທີ່ຈະເຄຍພົນລະເມືອງອອກຈາກຕົວເມືອງແຫ່ງນີ ກ່ອນທີ່ຈະກາຍເປັນພື້ນທີ່ສູ້ຮົບ.
ຂະນະທີ່ຜູຕິນແຈ້ງໃຫ້ສະພາຄວາມໝັ້ນຄົງແຫ່ງຊາດຂອງເຂົາຮັບຮູ້ເຖິງການບັງຄັບໃຊ້ກົດໄອຍະການເສິກໃນ 4ແຄ້ວນດັ່ງກ່າວ ເຊິ່້ງໄດ້ແກ່ ເຄຍຊອນ, ຊາໂປຣິຊເຊຍ, ລູຮັນ ແລະໂດເນດ ໂດຍຜູ້ສັງເກດການຕາເວັນຕົກເບິ່ງວ່າ ໜ້າຈະເປັນຄວາມເຄືອ່ນໄຫວເພື່ອຊ່ວຍໃຫ້ຣັດເຊຍສາມາດຄວບຄຸມ 4ແຄ້ວນໄດ້.