ຈຸກ! ເອ໋ ປາຣີນາ ເຕືອນໂຕໂນ່ເມື່ອເລືອກຈະທຳຄວາມດີແລ້ວຕ້ອງບໍ່ເປັນພາລະ
ຈາກກໍລະນີກະແສດຣາມ່າ ກ່ຽວກັບການຈັດກິດຈະກຳລອຍນ້ຳຂ້າມຂອງ ຂອງດາຣາໜຸ່ມ ໂຕໂນ່ ພາຄິນ ອາຍຸ 36ປີ ເພື່ອການກຸສົນຫາລາຍໄດ້ຊ່ວຍໂຮງໝໍແຂວງຄຳມ່ວນ ສປປ ລາວ ແລະໂຮງໝໍ ນະຄອນພະນົມ ພາຍໃຕ້ຊື່ໂຄງການ OneMan And The River ໜຶ່ງຄົນລອຍນ້ຳຫຼາຍຄົນໃຫ້ ໄລຍະທາງໄປ-ກັບ ປະມານ 15ກ.ມ ໃນວັນທີ 22ຕຸລາ

ເຊິ່ງ ນາງສາວ ປາຣີນາ ໄກຄຸກ ອາດີດ ສ.ສ ຣາດບຸຣີ ພັກພະລັງປະຊາລັດໂພສ ທີ່ທ້າລອຍນ້ຳຄົນດຽວບໍ່ເດືອດຮ້ອນ ພາລະໃຜ ພ້ອມລະບຸຂໍ້ຄວາມວ່າ ພາຄິນ vsພາລະ
“ເມື່ອເຮົາເລືອກຈະເຮັດຄວາມດີ ກໍ່ບໍ່ຄວນຈະເປັນພາລະ ເພະາການເຮັດຄວາມດີ ມີຫຼາຍວິທີນະພາຄິນ #ສົ່ງກຳລັງໃຈໃຫ້ພາຄິນ”
ທັ້ງນີ້ ມີຜູ້ເຂົ້າມາສະແດງຄວາມເຫັນວ່າ ຄົນເຂົາເຮັດດີແຕ່ມາເຮັດຕຳນິປາກລານ້ຳແທ້ ໂດຍ ນາງສາວ ປາຣີນາ ຕອບກັບວ່າ ເຮັດດີກໍດີແລ້ວ ແຕ່ເຮັດໃຫ້ເປັນພາລະຄວນເບິ່ງວິທີອື່ນໃນການເຮັດດີ ເພາະວັນນີ້ພາຄິນ ຄືພາລາ.