ຍາມມີເງິນກໍຄວນເກັບອອມ ພໍຍາມເດືອດຮ້ອນ..ຈະຫັນໄປເພິ່ງໃຜກໍລຳບາກ
1.ບໍ່ມີໃຜຢູ່ກັບເຮົາຕະຫຼອດໄປ: ປະຕິເສດບໍ່ໄດ້ວ່າ “ ເວລາ” ມັກພາກໃຜຫຼາຍໆຄົນ ໃຫ້ເດີນອອກຈາກຊີວິດໃນແບບທີ່ເຮົາເອງກໍບໍ່ທັນຕັ້ງງຕົວກັນຢູ່ສະເໝີ ຈຶ່ງບໍ່ແມ່ນເລື່ອງແປກທີ່ໃນບາງທີຄວາມຮູ້ສຶກໂດດດ່ຽວທັງຫຼາຍ ຈະກໍ່ໂຕຂຶ້ນພາຍໃນຈິດໃຈ ຈົນເຮັດໃຫ້ຮັບຮູ້ໄດ້ເຖິງຄວາມອ່ອນແອທີ່ມີ
2.ເອົາແນ່ເອົານອນບໍ່ໄດ້ກັບໃຈຄົນອື່ນ: ເພາະໃຈຄົນເຮົາບໍ່ສາມາດເອົາແນ່ເອົານອນຫຍັງນຳໄດ້ໃນທຸກວິນາທີ ແລະເຮົາບໍ່ມີທາງທີ່ຈະຮັບຮູ້ໄດ້ເລີຍວ່າ ເມື່ອຮອດຈຸດໜຶ່ງຂອງຊີວິດໃຜແດ່ ທີ່ຈະຍັງຄຽງຂ້າງກັນໄປຕະຫຼອດ
3.ບໍ່ຕ້ອງເປັນພາລະຫຼືສ້າງຄວາມເດືອດຮ້ອນໃຫ້ກັບໃຜ: ໃນແງ່ຂອງຄວາມເປັນຈິງ ຄືຄົນເຮົາຄວນຫັດໃຊ້ສັກກາຍະພາບທີ່ມີຢູ່ໃນຕົນເອງ ຫຼືຊ່ວຍເຫຼືອຕົນເອງໃຫ້ໄດ້ຢ່າງເຕັມທີ່ກ່ອນ ແລະເມື່ອບໍ່ໄຫວຫຼືຄິດວ່າເຮັດບໍ່ໄດ້ແລ້ວຈອ່ງຫັນໜ້າໄປເພິ່ງຄົນອື່ນ
4.ເຮັດໃນສິ່ງທີ່ຕ້ອງການໄດ້ຢ່າງເຕັມທີ່: ການໄດ້ເຮັດຫຍັງດ້ວຍຕົນເອງ ພຽງຄົນດຽວມັກຈະເຮັດໃຫ້ຮູ້ສຶກໄດ້ເຖິງຄວາມເປັນອິດສະຫຼະ ແລະສາມາດໃຊ້ຊີວິດໃນແບບທີ່ຕ້ອງການໄດ້ຢ່າງເຕັມທີ່.
5.ເຂັ້ມແຂງຫຼາຍຂຶ້ນກວ່າເກົ່າ: ຄົນເຮົາຈະຮູ້ສຶກວ່າຕົນເອງສາມາດມີຊີວິດຢູ່ໄດ້ດ້ວຍ ແລະເຂັ້ມແຂງຫຼາຍຍິ່ງຂຶ້ນກໍ່ຕໍ່ເມື່ອ ໄດ້ກ້າວຜ່ານອຸປະສັກແລະບັນຫາຈ່າງໆໄປດ້ວຍຕົນເອງພຽງລຳພັງ.