ຄັກບໍ! ຈັບເຈົ້າຂອງຮ້ານເຫຼັກເສດ ຖານຮັບ-ຊື້ຂອງໂຈນ.

ຄັກບໍ! ຈັບເຈົ້າຂອງຮ້ານເຫຼັກເສດ ຖານຮັບ-ຊື້ຂອງໂຈນ.

ເຈົ້າຫນ້າທີ່ ປກສ ແຂວງວຽງຈັນ ໄດ້ເຂົ້າກວດກາ ພ້ອມທັງຢືດເຫລັກສານໄຟຟ້າ ຢູ່ຮ້ານຮັບຊື້ເຫລັກເສດ ຖານຮັບ-ຊື້ຂອງໂຈນ ພ້ອມທັງດຳເນີນຄະດີກັບເຈົ້າຂອງຮ້ານ.



ປະກົດການຫຍໍ້ທໍ້ ພາຍໃນແຂວງວຽງຈັນ ມີຄົນບໍ່ດີໄດ້ມາລັກເຫຼັກເສົາໄຟ 115kv ແລະ ເຫຼັກເສົາໄຟ 230kv ເຮັດໃຫ້ເກີດຜົນເສຍຫາຍຕໍ່ລັດວິສາຫະກິດໄຟຟ້າລາວໂດຍສະເພາະ ເຂດເມືອງວັງວຽງ, ເມືອງຫີນເຫີບ, ເມືອງເຟືອງ, ເມືອງກາສີ ແລະ ເມືອງໂພນໂຮງ.



ຖ້າຫາກເກີດມີເສົາໄຟຟ້າແຮງສູງລົ້ມຕົ້ນໃດຕົ້ນໜຶ່ງແມ່ນອາດສົ່ງຜົນກະທົບຕໍ່ລະບົບໄຟທັງປະເທດ,ແຕ່ທາງເຈົ້າຫນ້າທີ່ ໄດ້ສົມທົບກັບແຂວງ, ເມືອງ, ປກຊ, ປກສ ຂັ້ນແຂວງຂັ້ນເມືອງຂັ້ນບ້ານສະກັກກັ້ນ, ແຕ່ກໍ່ຍັງມີການເສຍຫາຍຢູ່.

Leave a Reply

Your email address will not be published. Required fields are marked *

You cannot copy content of this page