ລຸງເກັບໝູໝັກ 100ກິໂລ ມາດົນ10ປີ ຄົນຂໍຊື້ 5ແສນບາດບໍ່ຍອມຂາຍ

ລຸງເກັບໝູໝັກ 100ກິໂລ ມາດົນ10ປີ ຄົນຂໍຊື້ 5ແສນບາດບໍ່ຍອມຂາຍ



ຮຽກໄດ້ວ່າເປັນເລື່ອງລາວທີ່ໜ້າສົນໃຈ ເຊິ່ງມີລຸງຄົນໜຶ່ງມາເລົ່າເລື່ອງລາວເມື່ອ 8ປີທີ່ຜ່ານມາກ່ຽວກັບ ຊີ້ນໝູນ ໂດຍຊີ້ນໝູນີ້ບໍ່ແມ່ນຊີ້ນໝູແທ້ ແຕ່ເປັນກ້ອນຫິນທີ່ຄືຊີ້ນໝູຫຼາຍ ມື້ໜຶ່ງຂະນະທີ່ລຸງກຳລັງເຮັດໄຮ່ຢູ່ເທິງພູນັ້ນ ລາວກໍພົບກ້ອນຫີນນີ້ໂດຍບັງເອີນ

ເຊິ່ງຄິດວ່າເປັນຊີ້ນໝູ ເທິງພູຈະມີຊີ້ນໝູໄດ້ແນວໃດ? ພໍເຂົ້າໄປເບິ່ງໃກ້ໆພົບວ່າເປັນກ້ອນຫິນ ລາວກໍເລີຍເອີ້ນຊາວບ້ານໃນໝູ່ບ້ານ ມາຊ່ວຍກັນຍົກໄປເຮືອນລາວ ຊາວບ້ານປ່ຽນກັນມາເບິ່ງຊີ້ນໝູ ກ້ອນນີ້ທີ່ເຮືອນລາວເລື້ອຍໆ ເຖິງຂະໜາດມີຄົນໃຫ້ລາຄາເຖິງ 1ແສນຢວນ ແຕ່ລຸງບອກວ່າຕໍ່າເກີນໄປກໍເລີຍຍັງບໍ່ໄດ້ຊາຍຈົນເຖິງຕອນນີ້


ພໍເວົ້າຈົບລຸງກໍ່ໃຫ້ຄົນຂົນຊີ້ນໝູອອກມາທີ່ໜ້າເວທີ ຜູ້ຊົມເຫັນສິ່ງທີ່ຢູ່ຕໍ່ໜ້າກໍປະຫຼາດໃຈ ຖ້າບໍ່ເຂົ້າໄປເບິ່ງໃກ້ໆກໍ່ຄິດວ່າເປັນຊີ້ນໝູແທ້ ຜູ້ຊ່ຽວຊານອົດສົງໄສບໍ່ໄຫວ ກໍເລີຍຍ່າງໄປທີ່ເວທີ ຫຼັງພິຈາລະນາເບິ່ງກໍ່ບອກວ່າ ຫິນຊີ້ນໝູນີ້ເອີ້ນວ່າ Fugui Shi (富貴石) ເຊິ່ງເປັນຫິນທີ່ມີຄວາມໝາຍຫຼາຍຮູບຮ່າງຂອງມັນເກີດຂຶ້ນເອງຕາມທຳມະຊາດ ເອີ້ນໄດ້ວ່າເປັນຝີມືທຳມະຊາດ ໃນງານປະມູນປີ 2016ເຄີຍມີຫິນຄ້າຍໆແບບນີ້ ຖືກປະມູນໄປໃນລາຄາ 1.5ລ້ານຢວນ.


ຜູ້ຊ່ຽວຊານບອກອີກວ່າຫິນນີ້ເປັນຫິນຫາຍາກນັບວ່າມີຄ່າ ແຕ່ໃນຕະຫຼາດຂອງບູຮານສິ່ງຂອງນ້ອຍໆ ຂາຍງ່າຍກວ່າອັນໃຫຍ່ ແຖມລາຄາກໍສູງກວ່າ ໃນຕະຫຼາດປະຈຸບັນນີ້ ຫິນຊີ້ນໝູທຽມກໍ່ມີຫຼາຍນີ້ບໍ່ແມ່ນຈຸດສຳຄັນ ເຊິ່ງຈຸດສຳຄັນຄືພວກເຂົາເຮັດໄດ້ດີລະອຽດຫຼາຍ ພໍເວົ້າຈົບນັກສະສົມກໍໃຫ້ລາຄາ 7ໝື່ນຢວນ ແຕ່ລຸງຍັງບໍ່ພໍໃຈໃນລາຄາເລີຍເກັບໄວ້ກັບໂຕດີກວ່າ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page