ສາທຸ! ພົບສຽນພະຍານາກໂພ່ຂຶ້ນທ່ານ້ຳວັດຫຼວງປູທິມ
ຜູ້ສື່ຂ່າວລາຍງານວ່າ ທີທ່ານ້ຳວັດລະຫານໄຣ່ ຫຼືວັດຫຼວງຜູ່ທິມ ( ປະເທດໄທ) ມີຊາວບ້ານພົບສຽນຮູບປັ້ນພະຍານາກໂຜ່ຂຶ້ນມາຈາກດິນແຄມຝັ່ງ ຫຼັງຈາກທີ່ພະນັກງານເຂົ້າທຳຄວາມສະອາດຂັ້ນໄດທ່ານ້ຳ ສ້າງຄວາມຮືຮາໃຫ້ກັບຊາວບ້ານຫຼາຍ ເພາະວ່ານອກຈາກຈະພົບສຽນຮູບປັ້ນແລ້ວ ຍັງພົບມີກົບສີທອງໂຕໃຫຍ່ຢູ່ທາງຂ້າງສຽນພະຍານາກດ້ວຍ

ເຊິ່ງບັນຍາກາດທີ່ທ່າພົບຊາວບ້ານກຳລັງຢືນເບິ່ງ ສຽນພະຍານາກ ທີ່ຢູ່ສະພາບຍັງສົມບູນ ຕັ້ງສະຫງ່າຕັ້ງແຕ່ຊ່ວງຄໍຂຶ້ນມາ ສູງຈາກພື້ນດິນປະມານ 35ຊມ ໂດຍຫັນໜ້າໄປທາງແມ່ນ້ຳ ມີດວງຕາສີແດງທີ່ເຮັດຈາກອັນຍະມະນີ ຊາວບ້ານສ່ວນໃຫຍ່ຕ່າງກໍ່ເຊື່ອວ່າເປັນເລື່ອງປາຕິຫານ

ພະນັກງງານເຄື່ອງຈັກກົນຂະໜາດເບົາງານປ້ອງກັນກ່າວວ່າ ມື້ນີ້ທາງເຈົ້າໜ້າທີ່ໄດ້ມາຊ່ວຍກັນທຳຄວາມສະອາດຂັ້ນໄດທ່ານ້ຳພາຍໃນວັດ ເພື່ອກຽມຈັດງານ ຂະນະທີ່ກຳລັງສີດນ້ຳລ້າງຂັ້ນໄດ ແລະສີດໄລ່ເສດດິນເຄມຝັ່ງ ບັງເອີນພົບສຽນພະຍານາກຢູ່ຕໍ່ໜ້າໂຜ່ຂຶ້ນມາຈາກດິນ ແລະຍັງມີກົບສີທອງໂຕໜຶ່ງຢູ່ທາງຂ້າງໂດຍບໍ່ໄດ້ຫຼົບໜີໄປໃສ ຂະນະນັ້ນໄດ້ມີຝົນຕົກໜັກ ທຸກຄົນຕ່າງກໍ່ຄິດວ່າເປັນປະຕິຫານ ແລະເປັນບາລະມີຂອງຫຼວງປູ່ທິມທີ່ບັນດານໃຫ້ພົບ ເຊິ່ງຈະໄດ້ມີການອັນເຊີນຂຶ້ນມາເພື່ອໃຫ້ປະຊາໍຊົນສັກກະລະບູຊາ.
