ຍັງບໍ່ຈົບງ່າຍ! ອາດີດແຊມມວຍໄທທ້າ ລຸງສັກ ຕີມວຍເດີມພັນເງິນ10ລ້ານບາດ

ຍັງບໍ່ຈົບງ່າຍ! ອາດີດແຊມມວຍໄທທ້າ ລຸງສັກ ຕີມວຍເດີມພັນເງິນ10ລ້ານບາດ


ວັນຜະເດັດ ສິດຄູໝາຍ ອາດີດນັກມວຍໄທຊື່ດັງ ອາດີດແຊມເວທີມວຍລາດຊະດຳເນີນ ແລະເວທີລຸມພີນີ ໄດ້ອອກມາໂພສເຟສບຸກ ເຖິງກໍລະນີຂ່າວດັງ “ ລຸກສັກ” ບຸກເຕະໜ້າ “ສີສຸວັນ” ໂດຍລະບຸວ່າ


“ຂ້ອຍເບິ່ງຂ່າວ ພິທີກອນບອກວ່າລຸງສັກ ອາຍຸ62ປີ ເປັນອາດີດນັກມວຍລະດັບແຊ້ມ ຂ້ອຍ ວັນຜະເດັດ ອາດີດແຊ້ມ 6ເສັ້ນລາດຊະດຳເນີນ, ລຸມພີນີ ເປັນຫົວໜ້າຄະນະມວຍ-ເປັນໂປໂມເຕີລາດຊະດຳເນີນ ແລະຊ່ອງ 3ອ້ອມນ້ອຍ ແລະຂ້ອຍຈະຮູ້ຈັກຊື່ນັກມວຍເກືອບທຸກຄົນ

ເຊິ່ງຂ້ອຍເປັນນັກມວຍແລະໄວໃກ້ຄຽງກັບລຸງສັກຄົນນີ້ ຂ້ອຍຢືນຢັນວ່າຄົນໆນີໃນຍຸກຂ້ອຍບໍ່ມີຊື່ເປັນນັກມວຍຢ່າງແນ່ນອນ ແລະທີ່ສຳຄັນທີ່ສຸດຄົນທີ່ເປັນນັກມວຍເຂົາຈະບໍ່ໄປທຳຮ້າຍຜູ້ອື່ນ ນອກຈາກມີວິຊາມວຍໄວ້ປ້ອງກັນໂຕແລະໄວ້ແຂ່ງຂັເທົ່ານັ້ນ


ຂ້ອຍເຫັນລຸງຄົນນີໃນທີວີຫຼາຍຊ່ອງ ມີຂ່າວວ່າມັກໄປຊົກຄົນນັ້ນເຕະຄົນນີ້ ບາງຊ່ອງອອກຂ່າວວ່າເປັນອາດີດນັກມວຍໄທມາກ່ອນ ແຕ່ຂ້ອຍຄິດວ່າໜ້າຈະບໍ່ແມ່ນນັກມວຍ ຂ້ອຍໃນຖານະປະທານນັກມວຍໄທພາກໃຕ້ ໃນໄວອາຍຸດຽວກັບລຸງສັກ ຂໍປະກາດທ້າລຸງສັກ ຂຶ້ນເວທີຊົກເດີມພັນກັບຂ້ອຍ ໂດຍເດີມພັນກັນຫຼັກ 10ລ້ານບາດ ຖ້າລຸງສັກເປັນຄົນຈິງຕິດຕໍ່ມາໄດ້ເລີຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page