ຄົນເຮົານັ້ນຈົນເງິນໄດ້ ແຕ່ຢ່າຈົນຄວາມຄິດກໍ່ພໍ ( ຂຽນດີຫຼາຍ)
1.ຈົນເງິນ: ຄົນຈົນກໍ່ຄືຄົນທີ່ບໍ່ມີເງິນຫຼືເງິນໜ້ອຍ ຈົນບໍ່ພຽງພໍ ທີ່ຈະດູແລຕົວເອງ ຫຼືຄອບຄົວໄດ້ ຄວາມໝາຍຂອງຈົນເງິນມັກເປັນຄວາມຈົນທີ່ຄົນທົ່ວໄປເຂົ້າໃຈກັນ
2.ຈົນເວລາ: ຄົນຈົນເວລາກໍ່ຄືຄົນທີ່ບໍ່ມີເວລາ ຫຼືມີເວລາໜ້ອຍຈົນບໍ່ສາມາດເຮັດໃນສິ່ງທີ່ຕົນເອງຕ້ອງການຈະເຮັດໄດ້ ຄົນຈົນເວລາບາງຄົນມີເງິນແຕ່ບໍ່ມີເວລາໃຊ້ເງິນເພາະມົວແຕ່ຫາເງິນ ສ່ວນຄົນຈົນເວລາບາງຄົນກໍ່ບໍ່ມີເງິນດ້ວຍ ຮຽກວ່າຈົນທັງເວລາຈົນທັງເງິນ
3.ຈົນໂອກາດ: ຄົນຈົນໂອກາດກໍ່ຄືຄົນທີ່ບໍ່ມີໂອກາດທີ່ດີເຂົ້າມາໃນຊີວິດເລີຍ ຫຼືອາດມີແຕ່ເຮົາບໍ່ໄຂວ້ຄວ້າເອົາໄວ້ ບາງຄົນກໍ່ຕີເອີກຊົກຕົນເອງວ່າເຮົານັ້ນທັງປະຢັດ, ທັງດຸໝັ່ນ ຊີວິດມີແຕ່ຄິດດີ, ເຮັດດີ ເປັນຫຍັງບໍ່ເຫັນໄດ້ແດ່ ນອກຈາກປະຢັດດຸໝັ່ນແລະເປັນຄົນດີແລ້ວເຮົາຍັງຕ້ອງສະຫຼາດພ້ອມ ສະຫຼາດໃນການເປີດໂອກາດໃໝ່ໃຫ້ກັບຊີວິດຂອງເຮົາ ອາຊີບບາງຢ່າງບໍ່ແມ່ນວ່າບໍ່ດີ ແຕ່ເປັນອາຊີບທີ່ບໍ່ມີໂອກາດກ້າວໜ້າ
4.ຈົນຄວາມຄິດ: ຈົນຄວາມຄິດກໍ່ຄືຄົນທີ່ຄິດໜ້ອຍ ຫຼືຄົນທີ່ບໍ່ມີຄວາມຄິດນັ້ນແລະ ຄວາມຄິດຂອງຄົນທີ່ຈົນຄວາມຄິດ ຈະວົນວຽນກັບສິ່ງທີ່ບໍ່ເປັນປະໂຫຍດເຊັ່ນ ຄິດແຕ່ດູຖູກຕົນເອງວ່າເຮັດບໍ່ໄດ້ ຄິດແຕ່ວ່າຊາດນີ້ເຮົາຈະບໍ່ມີວັນລວຍ ຄິດວ່າຄົນອື່ນເກັ່ງ ເຮົາບໍ່ເກັ່ງຄືເຂົາ ເຮົາບໍ່ມີທາງເຮັດໄດ້ແບບເຂົາ,
ຄິດວ່າເຂົາເກີດມາລວຍເຮົາບໍ່ໄດ້ລວຍຄືເຂົາ ຄືເຮົາຮຽນໄປດ້ວຍເຮັດວຽກໄປດ້ວຍເຮົາເຮັດບໍ່ໄດ້ດອກ ອາຊີບເສີມເຮົາບໍ່ໄຫວ ສຸຂະພາບເຮົາບໍ່ດີ ຄິດແບບນີແລ້ວໂອກາດຫຼາຍໆຢ່າງໃນຊີວິດ ກໍ່ຕ້ອງຫຼຸດລອຍໄປບໍ່ວ່າຈະເປັນການຈົນແບບໃດກໍຕາມກໍ່ບໍ່ເປັນຜົນດີກັບຊີວິດທັງນັ້ນ