ສາວໂຊກຮ້າຍ! ສັ່ງງູພິດທາງອອນລາຍເພື່ອມາລ້ຽງສຸດທ້າຍຖືກກັດເສຍຊີວິດ
ແມ່ຊໍ້າໃຈ ລູກຖືກງູທີ່ລ້ຽງກັດເສຍຊີວິດ ຟ້ອງແຫຼກແອັບຊັອບປິ້ງ-ບໍລິສັດຂົນສົ່ງ ກາຍເປັນປະເດັນສຸດຮ້ອນແຮງໄປທົ່ວໂລກອອນລາຍ ເມື່ອມີລາຍງານເລື່ອງລາວຂອງຍິງສາວທ່ານໜຶ່ງ ຖືກງູກັດຈົນອາການວິກິດ ແລະ ເສຍຊີວິດ ຕັ້ງແຕ່ອາຍຸຍັງນ້ອຍ
ເຊິ່ງທາງຄອບຄົວເຜີຍວ່າໃນຕອນທີ່ເກີດເຫດນັ້ນແພດບໍ່ສາມາດເຮັດຫຍງໄດ້ຫຼາຍ ເນື່ອງຈາດເຊລຸ່ມທີ່ສີດໃຫ້ບໍ່ເປັນຜົນ ກ່ອນຈະມາຮູ້ວ່າ ຍິງສາວງເຄາະຮ້າຍຖືກ ງູສາມຫຼ່ຽມຈີນ (Many-banded krait)ກັດ ເຊິ່ງງູໂຕນີ້ລາວຫາກໍ່ສັ່ງຊື້ທາງອອນລາຍ
ຊື້ງູພິດອອນລາຍຕາມລາຍງານລະບຸວ່າສິ່ງທີ່ເກີດຂຶ້ນເຮັດທາງຄອບຄົວພະຍາຍາມຈີ້ໃຫ້ມີການດຳເນີນຄະດີຕໍ່ຜູ້ຂາຍ ຕະຫຼອດຈົນແອັບອອນລາຍແລະບໍລິສັດຂົນສົ່ງ ທີ່ລ້ວນມີສ່ວນນຳໄພຮ້າຍມາສູ່ລູກສາວຂອງຕົນ ຂະນະທີ່ທາງສານເອງກໍຫາຈະມີຄຳຕັດສິນຄະດີ ໃຫ້ທັງໝົດຮ່ວມກັນຮັບຜິດຊອບ ແລະຈ່າຍເງິນຊົດເຊີຍຈຳນວນ 330.000ຢວນ
ນອກຈາກນີ້ຕາມຂໍ້ມູນຍັງເຜີຍວ່າ ຫາກຍ້ອນກັບໄປໃນເດືອນກໍລະກົດ ນາງສາວ ຜິງ ( ນາມສົມມຸດ) ອາຍຸ 21 ໄດ້ສັ່ງຊື້ງູສາມຫຼ່ຽມຈີນຈາກຊ່ອງທາງອອນລາຍມາ ຈາກນັ້ນກໍຖືກງູກັດຕອນທີ່ໄດ້ຮັບພັດສະດຸ ກ່ອນທີ່ລາວຈະຮີບໂທຫາແມ່ເພື່ອຂໍຄວາມຊ່ວຍເຫຼືອ ແລະຫວັງວ່າແມ່ຈະຊ່ວຍພາໄປໂຮງໝໍໂດຍດ່ວນທີ່ສຸດ
ຫຼັງຈາກນັ້ນແມ່ກໍ່ຮີບກັບບ້ານມາພາລູກສາວໄປໂຮງໝໍທັນທີ ແລະອາການຂອງລາວຕອນນັ້ນຍັງບໍ່ສາມາດເວົ້າໄດ້ ແລະຍິງສາວອ້າງວ່າຕົນຖືກງູກັດໃນສວນ ແລະສັງເກດຈາກແຜກໍບໍ່ມີອາການບວມແດງ ແພດຈອ່ງທຳການຮັກສາບາກແຜທົ່ວໄປ ຈົນກະທັ່ງເວລາຕໍ່ມາລາວເລີ່ມມີອາການຫອບໃນຄືນນັ້ນ ໃບໜ້າຂອງລາວປ່ຽນສີ ແລະເຂົ້າສູ່ອາການຊ໊ອກແຕ່ພິດງູເຂົ້າສູ່ຮ່າງກາຍໄປທົ່ວແລ້ວແລະຊ່ວຍໄວ້ບໍ່ທັນ.