ຈັບຫຼວງພໍ່ສິກ! ແປງກາຍກາງເດິກເປັນໂຈນລັກຊັບວັດໃກ້ຄຽງ
ຕຳຫຼວດປະເທດເພື່ອນບ້ານເຜີຍວ່າ ໄດ້ີຮັບແຈ້ງເຫດຄົນຮ້າຍລັກຊັບສິນພາຍໃນວັດວັງນ້ຳໂຈນ ( ປະທດໄທ) ໄດ້ໄປກວດສອບພ້ອມຝ່າຍສຶບສວນ ແລະນາຍບ້ານ ເມື່ອກວດສອບກ້ອງວົງຈອນປິດ

ພົບວ່າຄົນຮ້າຍຫົວໂລ້ນ ຂີ່ລົດຈັກຊາເລັ້ງບໍ່ມີປ້າຍທະບຽນລົດມາກໍ່ເຫດ ແລະລັກສະນະຄ້າຍພະ ພີຣະພັດ ອາຍຸ 55ປີ ພະລູກວັດແຫ່ງໜຶ່ງໃນພື້ນທີ່ເຊິ່ງມັກເຂົ້າມາໃນພື້ນທີ່ນີ້ຫຼາຍຄັ້ງ

ຈາກນັ້ນຝ່າຍສືບສວນເດີນທາງໄປກວດສອບທີ່ວັດ ກ່ອນພະພີຣະພັດ ຈຳນົນດ້ວຍຫຼັກຖານ ພາບຈາກກ້ອງວົງຈອນປິດ ຍອມຮັບວ່າຄືຕົນເອງເຈົ້າໜ້າທີ່ຈຶ່ງນຳຕົວໄປສິກແລ້ວຄຸມຕົວໄປສະຖານີຕຳຫຼວດ

ຈາກການສອບສວນຍອມຮັບວ່າກາງເດິກທີ່ຜ່ານມາ ເຂົ້າໄປລັກເສົາເຕັ້ນຂອງວັດວັງນ້ຳໂຈນ ສາເຫດເພາະບໍ່ມີເງິນໃຊ້ຈ່າຍ ເຈົ້າໜ້າທີ່ຈຶ່ງແຈ້ງຂໍ້ຫາສົ່ງດຳເນີນຄະດີຕາມກົດໝາຍຕໍ່ໄປ.