ເຈົ້າຂອງຫ້ອງສົງໄສ! ໜຸ່ມຫຼໍ່ເຊົ່າມາສອງປີບໍ່ເຄີຍເຫັນຊັກເຄື່ອງ ເປີດຫ້ອງເບິ່ງຈົນຕົກໃຈ

ເຈົ້າຂອງຫ້ອງສົງໄສ! ໜຸ່ມຫຼໍ່ເຊົ່າມາສອງປີບໍ່ເຄີຍເຫັນຊັກເຄື່ອງ ເປີດຫ້ອງເບິ່ງຈົນຕົກໃຈ


ຈາກກໍລະນີປະເທດເພື່ອນບ້ານ ໄດ້ອອກມາໂພສພາບພ້ອມຂໍ້ຄວາມເລົ່າເຖິງສະພາບຂອງຫ້ອງເຊົ່າໃນຫໍພັກແຫ່ງໜຶ່ງ ໂດຍປ້າເຈົ້າຂອງຫໍດັ່ງກ່າວໄດ້ລະບຸວ່າ ຫ້ອງນີ້ມີໄວລຸ່ນ ອາຍຸ 27ປີ ຮູບຮ່າງໜ້າຕາດີ ແຕ່ງໂຕດູດີ ມາເຊົ່າຢູ່ຄົນດຽວ ເປັນເວລາກວ່າ 2ປີ ໂດຍບໍ່ສຸງສິງກັບໃຜ

ເຊິ່ງເດືອນນີ້ຜູ້ເຊົ່າດັ່ງກ່າວໄດ້ໜີຫາຍໄປໂດຍບໍ່ຈ່າຍຄ່າເຊົ່າຫ້ອງຫຼາຍເດືອນ ແລະປ້າເຈົ້າຂອງຫໍພັກເປີດຫ້ອງໄປເບິ່ງກໍພົບສະພາບທີ່ໜ້າຕົກໃຈ ແລະແປກໃຈຫຼາຍ ເພາະທີ່ຜ່ານມາເຫັນແຕ່ງໂຕຫຼໍ່ທຸກມື້ ແຕ່ສະພາບຫ້ອງກັບສົກກະປົກຫຼາຍ


ສະພາບຫ້ອງຕ້ອງສ້ອມແຊມຢ່າງໜັກ ຕ້ອງເຮັດສີຫ້ອງໃໝ່ ເພາະພາຍໃນຫ້ອງຜູ້ເຊົ່າໄດ້ຖິ້ມກອງຂີ້ເຫຍື້ອໄວ້, ເສດອາຫານ ລວມເຖິງມີແກ້ວບັນຈຸປັດສະວະຢູ່ເຕັມຫ້ອງ ແລະມີເສື້ອຜ້າກອງຖິ້ມຈຳນວນຫຼາຍ ເຊື່ອວ່າໃສ່ເສື້ອຜ້າພຽງ 1-2ຄັ້ງແລ້ວຖິ້ມເລີຍ ແລະຕັ້ງແຕ່ມາເຊົ່າຫ້ອງພັກຢູ່ 2ປີ ບໍ່ເຄີຍເຫັນຊັກເຄື່ອງຈັກຄັ້ງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page