5 ຂໍ້ດີການຢູ່ຄົນດຽວ ເມື່ອຊີວິດນີ້ຕ້ອງຢູ່ເປັນໂສດ.
1.ມີເວລາໃຫ້ຄົນທີ່ຮັກເຮົາຫຼາຍຂຶ້ນ: ຫຼາຍຄົນເສຍເວລາທຸ່ມເທໃຫ້ກັບຄົນທີ່ຕົນເອງຮັກ ຈົນລະເລີຍຄົນທີ່ຮັກເຮົາ ບໍ່ວ່າຈະເປັນຄອບຄົວ ຂໍ້ດີຂອງການເປັນໂສດ ຄືເຮົາຈະມີເວລາໃສ່ໃຈແລະຢູ່ກັບຄົນທີ່ຮັກເຮົາເຫຼົ່ານັ້ນຫຼາຍຂຶ້ນ
2.ເພິ່ງພາຕົນເອງໄດ້: ບາງຄົນຫຼັງຈາກມີແຟນແລ້ວກໍຄືພິິການ ສິ່ງໃດທີ່ເຄີຍເຮັດໄດ້ດ້ວຍຕົນເອງ ພໍມີແຟນແລ້ວມັກຈະເຮັດບໍ່ໄດ້ ກັບບ້ານເອງບໍ່ໄດ້… ເຮັດໂຕເປັນພາລະຄົນອື່ນ ເເບບນີ້ເປັນຕາພູມໃຈບ່ອນໃດ ການທີ່ເຮັດຫຍັງໄດ້ດ້ວຍຕົນເອງມັນໜ້າພູມໃຈຫຼາຍກວ່າ.
3.ເຮັດຫຍັງກໍ່ໄດ້ຕາມໃຈຕົນເອງ: ຢາກເຮັດຫຍັງກໍ່ເຮັດ ບໍ່ຕ້ອງສົນວ່າໃຜຈະຄິດແນວໃດ ຢາກແຕ່ງໂຕແບບໃດກໍໄດ້ ບໍ່ຕ້ອງມີໃຜວ່າຄອຍຈົ່ມຄອຍຫວງ ຢາກໄປທ່ຽວໃສກໍ່ໄດ້ໄປ ບໍ່ຕ້ອງຖາມໃຜ ຫຼືຈະນອນໂງ່ໆຢູ່ເຮືອນກໍ່ໄດ້ ມັນອາດເຮັດໃຫ້ຊີວິດເຮົາງ່າຍຂຶ້ນ
4.ເງິນເຫຼືອເກັບ: ຄົນມີຄູ່ຫຼາຍໆຄົນມັກຈະຈົ່ມວ່າ ມີິແຟນແລ້ວເປືອງນັ້ນຄືເລື່ອງຈິງ ເພາະຈະມີຄ່າຂອງຂັວນມື້ພິເສດ ຄ່ານັ້ນຄ່ານີ້ສາລະພັດ ແຕ່ເມື່ອເຮົາໂສດເງິນໃນສ່ວນນັ້ນ ກໍ່ຈະກາຍມາເປັນເງິນເກັບໄວ້ໃຊ້ຊື້ຄວາມສຸກໃຫ້ຕົນເອງ
5.ມີໂອກາດເລືອກຄົນດີ: ແຟນດີໆນັ້ນຫາຍາກ ຫາກລັບຫູລັບຕາເອົາໃຜມາເປັນແຟນກໍ່ໄດ້ ໂດຍທີ່ຍັງບໍ່ຮູ້ຈັກເຂົາດີ ມີແຕ່ຈະເຮັດໃຫ້ຕ້ອງເສຍໃຈພາຍຫຼັງ ເປັນຜູ້ຍິງຕ້່ອງຄິດຫຼາຍໜ້ອນໜຶ່ງ ໂສດເພື່ອເປີດໂອກາດໃຫ້ຕົນເອງໄດ້ພົບຄົນທີ່ດີ.