ເຕືອນອຸທາຫອນ! ເດັກ 8ປີ ກິນປີ້ງໄກ່ ກືນລວດມັດໄມ້ຕິດຄໍອາການສາຫັດ
ຜູ້ອຳນວຍການໂຮງໝໍ ( ປະເທດເພື່ອນບ້ານ) ໂພສຂໍ້ຄວາມເຕືອນວ່າ ເດັກອາຍຸ 8ປີ ກິນປີ້ງໄກ່ ກືນລວດມັດໄກ່ຕີດຄໍຝັງໃນຫຼອດອາຫານສ່ວນເທິງ

ເຕືອນໄພໃກ້ຕົວເປັນອຸທາຫອນ ແມ່ພາລູກອາຍຸ 8ປີ ເດີນທ່ຽວຕະຫຼາດ ໄດ້ກິ່ນປີ້ງໄກ່ມາແຕ່ໄກ ລູກຊາຍຢາກກິນຈຶ່ງຊື້ໃຫ້ 1ໄມ້ ແລ້ວຍ່າງຊົມຕະຫຼາດໄປເລື້ອຍໆໄປໄດ້ໜ້ອຍໜຶ່ງ ລູກບອກແມ່ວ່າເຈັບຄໍຫຼາຍ ແມ່ຈຶ່ງງົງວ່າຢຢູ່ດີໆຄືເຈັບຄໍຂຶ້ນມາໄດ້ແນວໃດ ລູກຊາຍຍັງຖືໄມ້ປີ້ງໄກ່ຢູ່ໃນມື ແຕ່ບໍ່ເຫຼືອໄກ່ໄວ້ແລ້ວ ຈຶ່ງສົງໄສວ່າມີກະດູກໄກ່ຕິດຄໍ ຫານ້ຳມາໃຫ້ດື່ມຕາມໄປ ແຕ່ຍິ່ງເຈັບປວດຮ້ອງໄຫ້ ຮີບພາສົ່ງໂຮງໝໍ

ແພດຫ້ອງສຸກເສີນສົ່ງເອກຊະເຣ ເຫັນເປັນວັດຖຸຄ້າຍຂົດລວດຕິດຢູ່ບໍລິເວານສ່ວນຕົ້ນຫຼອດອາຫານ ປຶກສາແພດຜູ້ຊ່ຽວຊານດ້ານ ຫູ, ຄໍ, ດັງ ເປີດຫ້ອງຜ່າຕັດດ່ວນ ຕ້ອງດົມຢາສະຫຼົບວິທີພິເສດໃສ່ທໍ່ຊ່ວຍຫາຍໃຈທາງດັງ ເພື່ອປ້ອງກັນບໍ່ໃຫ້ສະໝັກລະຫວ່າງຜ່າຕັດ

ໃຊ້ເຄື່ອງມືສ່ອງກ້ອງຄີບເອົາສິ່ງແປກປອມອອກມາໄດ້ ສິ່ງທີ່ເຫັນນອກຈາກເສດປີກໄກ່ທີ່ຍັງຕິດຄ້າງ ລວມໄປເຖິງລວດມັດປີ້ງໄກ່ ຍາວປະມານ 8ຊັງຕີແມັດອອກມາໄດ້ສຳເລັດແລະປອດໄພ.