7 ລັກສະນະນິໄສຄົນເຫັນແກ່ຕົວ ຢ່າໄປສົນດຽວກຳກໍຕາມເຂົາທັນ
1.ຄົນອື່ນເປັນຝ່າຍຍອມຕະຫຼອດ: ອັນນີ້ເປັນສັນຍານທຳອິດ ຄືການໃຫ້ຄົນອື່ນເປັນຝ່າຍຍອມຕະຫຼອດ ບໍ່ວ່າຈະເຮັດຫຍັງຫຼືຄິດຫຍັງກໍ່ຕາມກໍມັກຈະເອົາຕົນເອງເປັນສູນກາງ ແລະຄົນອື່ນຕ້ອງເຫັນພ້ອມກັບສິ່ງທີ່ຄິດທີ່ເຮັດທຸກຄັ້ງ.
2.ຕົນເອງກ້າວກ່າຍເລື່ອງຕ່າງໆໄດ້..ແຕ່ຄົນອື່ນເຮັດບໍ່ໄດ້: ບໍ່ມັກໃຫ້ໃຜມາເວົ້າຫຼືຄິດເຫັນຕ່າງ ຍາມຄົນອື່ນເວົ້າຫຼືເຕືອນກັບເບິ່ງວ່າເປັນການກ້າວກ່າຍ ອາລົມເສຍໃນຂະນະທີ່ຕົນເອງສາມາດວິພາກວິຈານຄົນອື່ນໄດ້.
3.ຢາກໃຫ້ຄົນອື່ນເປັນແບບທີ່ຕ້ອງການ: ເຄີຍຖາມຄວາມຕ້ອງການຄົນອື່ນຫຼືບໍ່ ຕ້ອງກິນຄືກັນຕ້ອງໄປນຳກັນ ອັນນີ້ບໍ່ແມ່ນແຕ່ເຫັນແກ່ໂຕເທົ່ານັ້ນ ແຕ່ທຳຮ້າຍຈິດໃຈຄົນອື່ນພ້ອມເພາະມັນສະແດງເຖິງວ່າບໍ່ເຄີຍພໍໃຈໃນສິ່ງທີ່ຄົນອື່ນມີ
4.ເອົາແຕ່ໃຈຕົນເອງບໍ່ວ່າຈະຖົກຖຽງໂຕ້ແຍ້ງຫຼືກຳລັງຫາຄຳຕອບເລື່ອງໃດຢູ່ກໍ່ຕາມ ແຕ່ໃນທ້າຍທີ່ສຸດແລ້ວຈະຜູ້ທີ່ກຳນົດທຸກຢ່າງໃນເມື່ອມີຄຳຕອບໃນໃຈແລ້ວ ຈະຂໍຄວາາມຄິດເຫັນເປັນຫຍັງຄືເປັນແບບນີ້
5.ບໍ່ເຄີຍຂໍໂທດ: ເປັນຝ່າຍຜິດແຕ່ກັບເບິ່ງວ່າຕົນເອງຖືກຫຼືຮູ້ວ່າຕົນເອງຜິດແຕ່ບໍ່ເຄີຍຂໍໂທດແລະທີ່ບໍ່ດີໄປກວ່ານັ້ນຄືຂໍໂທດແບບບໍ່ຈິງໃຈ
6.ຫງຸດຫງິດເມື່ອບໍ່ໄດ້ດັ່ງໃຈ: ອາລົມຂຶ້ນໆລົງໆ ຫງຸດຫງຸດສະເໝີ ຫາກສິ່ງທີ່ຄາດຫວັງບໍ່ໄດ້ດັ່ງໃຈ ທີ່ໜັກໄປກວ່ານັ້ນບໍ່ວ່າຈະຫງຸດຫງິດມາຈາກໃສກໍຕາມັກຈະມາລະບາຍຫຼືຫງຸດຫງິດໃສ່ຄົນອື່ນ
7.ບໍ່ເຄີຍຊ່ວຍຫຼືຊ່ວຍກໍທວງບຸນຄຸນ: ຢ່າຄິດວ່າເປັນພຽງເລື່ອງເລັກໜ້ອຍ ທີ່ຈະປ່ອຍໃຫ້ຄົນອື່ນເຮັດທຸກຢ່າງໂດຍອ້າງວ່າເມື່ອຍຫຼືເຮັດມາຫຼາຍແລ້ວ.