ສຸດຫຼອນ!ໜຸ່ມພັກຢູ່ຫ້ອງເຊົ່າຄົນດຽວ ແຕ່ຖືກຂ້າງຫ້ອງດ່າວ່າມີສຽງເຄາະດັງຕອນດຶກໆທຸກຄືນ

ສຸດຫຼອນ!ໜຸ່ມພັກຢູ່ຫ້ອງເຊົ່າຄົນດຽວ ແຕ່ຖືກຂ້າງຫ້ອງດ່າວ່າມີສຽງເຄາະດັງຕອນດຶກໆທຸກຄືນ



ໜຸ່ມສາລະພາບຈາກຫຼັງເພື່ອນບ້ານແປະໂນ້ດເຫຼືອງດ່າ ມັກເຮັດສຽງດັງຕອນດືກໆ ເຮັດໃຫ້ຂົນລຸກທັງໂຊຊ່ຽວ ເມື່ອມີທ່ານໜຶ່ງອອກມາໂພສຮູບພາບທີ່ມີຄົນນຳເຈ້ຍມາຕິດແປະທີ່ໜ້າປະຕູຫ້ອງ ຫຼັງເພື່ອນບ້ານຫ້ອງທາງຂ້າງ

ບໍ່ພໍໃຈທີ່ມີສຽງດັງລົບກວນຈົນເຮັດໃຫ້ນອນບໍ່ຫຼັບ ເຊິ່ງໜ້າປະຕູຫ້ອງທີ່ຖືກເຈ້ຍມາຕິດບໍ່ໄດ້ມີພຽງແຜ່ນດຽວ ແຕ່ມີເຖິງ 3ແຜ່ນດ້ວຍກັນ
ໂດຍເຈ້ຍໂນ້ດທີ່ເພື່ອນບ້ານມາຕິດໄວ້ໜ້າປະຕູຫ້ອງຂອງຜູ້ໂພສນັ້ນມີຄວາມບົ່ງບອກຈຸດປະສົງວ່າ ຕ້ອງການໃຫ້ເຈົ້າຂອງຫ້ອງນີ້ສຽງເບົາໃນຕອນດຶກ ເພາະມັນດັງຈົນເພື່ອນຂ້າງຫ້ອງນອນບໍ່ໄດ້


ເຈ້ຍແຜ່ນ 1ລະບຸວ່າ “ ໄດ້ຍິນສຽງເຄາະດັງລົບກວນມາຫຼາຍຄັ້ງ ເຄາະຫຼາຍຄັ້ງແລ້ວ ຫັດເກັງໃຈຄົນອື່ນແດ່ ນອນບໍ່ໄດ້”
ແຜ່ນທີ 2ຂຽນວ່າ” ດຶກໆ ເຄາະຫຍັງວະ ສຽງດັງລົບກວນຫຼາຍຄົນຈະນອນ” ແລະເຈ້ຍທີ 3 ໄດ້ອະທິບາຍຄວາມຕ້ອງການວ່າ “ ເຄາະຫຍັງດຶກໆ ສຽງດັງ ລົບກວນຄົນອື່ນ ເກັງໃຈກັນແດ່ ຄົນຈະຫຼັບຈະນອນ”


ຫຼັງຈາກນັ້ນບໍ່ດົນເຈົ້າຂອງຫ້ອງດັ່ງກ່າວກໍໄດ້ຂຽນເຈ້ຍຂາວອະທິບາຍໃຫ້ຫ້ອງຂ້າງໆເຂົ້າໃຈວ່າ “ ຂໍໂທດ ຂ້ອຍຢູ່ຄົນດຽວ ບໍ່ເຄີຍມີສຽງດັງຫຼືເຄາະຫຍັງ” ພ້ອມລະບຸວ່າ ຖ້າຢາກໄດ້ລາຍລະອຽດຫຍັງ ກໍໃຫ້ທັກມາລົມກັນໄດ້

Leave a Reply

Your email address will not be published. Required fields are marked *

You cannot copy content of this page