ລູກນ້ຳຕາໄຫຼ! ພໍ່ເປັນມະເຮັງເສຍຊີວິດ ແຕ່ຖິ້ມກ່ອງເຂົ້າໄວ້ໃຫ້ລູກເຫັນແລ້ວບີບຫົວໃຈ.
ຮຽກໄດ້ວ່າເປັນອີກໜຶ່ງເລື່ອງລາວສຸດຊຶ້ງ ເມື່ອເວັບໄຊ້ຕ່າງປະເທດລາຍງານວ່າ ຄອບຄົວຈີນຄອບຄົວໜຶ່ງຕ້ອງສູນເສຍພໍ່ກະທັນຫັນເຊິ່ງກ່ອນເສຍຊີວິດພໍ່ໄດ້ສັ່ງເສຍກັບລູກທັງ 3ຄົນ ໃຫ້ໄປເອົາກ່ອງເຂົ້າໃນຖັງເກັບນ້ຳອອກມາ ຫຼັງຈາກເປີດເບິ່ງເຖິງກັບນ້ຳຕາໄຫຼ

ໂດຍລາຍງານລະບຸວ່າ “ ຫຼີ່ໜານ” ພໍ່ອາຍຸໄວ 57ປີ ທ່ານນີ້ ໄດ້ປ່ວຍເປັນໂລກມະເຮັງກະເພາະອາຫານ ເຊິ່ງລູກທັງສາມຄົນໄດ້ໝົດຄ່າໃຊ້ຈ່າຍກັບການຮັກສາໄປກວ່າ 220.000ຢວນ ແຕ່ອາການຂອງພໍ່ກໍ່ບໍ່ດີ ຈົນສຸດມ້າຍໝົດທາງຮັກສາ ທຸກຄົນຈຶ່ງຕັດສິນໃຈພາພໍ່ກັບມາບ້ານ

ຫຼັງຈາກກັບມາຢູ່ບ້ານໄດ້ບໍ່ດົນ ພໍ່ກໍ່ໄດ້ເສຍຊີວິດລົງ ແຕ່ກ່ອນທມີ່ພໍ່ຈະເສຍຊີວິດໄດ້ສັ່ງເສຍລູກທັງສາມຄົນວ່າ ຕົນເກັບກ່ອງເຂົ້າໄວ້ໃນຖັງນ້ຳ ແລະໄດ້ເອົາມາເປີດເບິ່ງ ພາບທີ່ເຫັນເຮັດເອົານ້ຳຕາໄຫຼ
ທັ້ງນີ້ສິ່ງທີ່ຖືກເກັບໄວ້ໃນກ່ອງເປັນທະນະບັດທີ່ຫໍ່ດ້ວຍຖົງຢາງຫຼາຍຊັ້ນຈຳນວນຫຼາຍ ເຊິ່ງເຫດຜົນທີ່ເຮັດໃຫ້ລູກທຮ້ອງໄຫ້ໜັກນັ້ນບໍ່ແມ່ນພົບເງິນຈຳນວນຫຼາຍ ແຕ່ເພາະເງິນເຫຼົ່ານີ້ເປັນເງິນທີ່ລູກໄດ້ໃຫ້ພໍ່ໃນຊ່ວງເທດສະການແຕ່ພໍ່ກັບບໍ່ໄດ້ໃຊ້ແຖມຍັງເກັບໄວ້ໃຫ້ລູກ 3ຄົນຈົນເຖິງມື້ສຸດທ້າຍຂອງຊີວິດ.