ສື່ເກົາຫຼີຈົນອຶ້ງ! ນິດສະຄຸນ ດາຣາໄທຄົນທຳອິດລອຍຂ້າມແມ່ນ້ຳຮັນໄຮ້ອຸປະກອນຊ່ວຍ

ສື່ເກົາຫຼີຈົນອຶ້ງ! ນິດສະຄຸນ ດາຣາໄທຄົນທຳອິດລອຍຂ້າມແມ່ນ້ຳຮັນໄຮ້ອຸປະກອນຊ່ວຍ



ຈາກກໍລະນີໂຕໂນ່ ພາຄິນ ນັກຮ້ອງແລະນັກສະແດງຊື່ດັງ ຈັດກິດຈະກຳທີ່ຊື່ວ່າ One man and the river ໜຶ່ງຄົນລອຍຫຼາຍຄົນໃຫ້ ໂດຍຕົວເລກບໍລິຈາກເຖິງຕອນນີ້ທະລຸກວ່າ 70ລ້ານບາດ


ລ່າສຸດກະແສໃນໂລກໂຊຊ່ຽວກໍໄດ້ມີການແຊຄຣິບວີດີໂອຂອງໜຸ່ມ ນິສະຄຸນ ຫໍເວກຸນ ສະມາຊິກຂອງວົງ 2PM ທີ່ປະຈຸບັນເຮັດວຽກຫຼັກຢູ່ເກົາຫຼີໃຕ້ ໂດຍຍ້ອນກັບປີ 2015 ນິສະຄຸນ ໄດ້ເຂົ້າຮ່ວມລາຍການວາໄຣຕີ້ດັງຂອງເກົາຫຼີແບບ “Running Man” ໂດຍສະມາຊິກວົງດັງຕ້ອງລອຍນ້ຳຂ້າມແມ່ນ້ຳຮັນ ແມ່ນ້ຳທີ່ສຳຄັນຂອງປະເທດ ເຊິ່ງມີໄລຍະທາງໄປຍັງອີກຝັ່ງໜຶ່ງເທົ່າກັບ 1.5ກິໂລແມັດ.


ໂດຍລົງໄປລອຍແບບມີແຕ່ຊຸດ ບໍ່ມີທຸ່ນພະຍຸງຫຼືອຸປະກອນຊ່ວຍໃດໆ ມີພຽງທີມງານເຝົ້າລະວັງ ລອຍຂ້າມໄປອີກຝັ່ງຂອງແມ່ນ້ຳຮັນ ໄລຍະທາງ 1.5ກິໂລແມັດ ເຮັດພາລະກິດໄດ້ສຳເລັດແລະໄດ້ຮັບຄຳຊື່ຊົມຈາກແຟນຄັບສື່ເກົາຫຼີເຖິງກັບບບອກນີ້ມັນໂລມາຊັດໆ


ທັ້ງນີ້ໂລກໂຊຊ່ຽວຊື່ຊົມ ນິສະຄຸນ ດາຣາໄທບໍ່ແພ້ຊາດໃດໃນໂລກ ແຕ່ມີການນຳທັງ 2ເຄດໄປປຽບທຽບວິພາກວິຈານໄປເຖິງຊື່ໂຄງການ ອີກທັງຍັງຕັ້ງຄຳຖາມເຖິງງົບປະມານຂອງລັດຖະບານວ່ານຳໄປໃຊ້ຫຍັງໝົດ ຈົນຕ້ອງມີການຮັບບໍລິຈາກ ດຣາມ່າຫຼາກຫຼາຍບໍ່ຈົບສິ້ນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page