ໂຕໂນ່ລາບວດ! ຫຼັງຍອດບໍລິຈາກສູງ 68ລ້ານບາດ
ຫຼັງຈາກສຳເລັດພາລະກິດ ລອຍນ້ຳຂ້າມຂອງໃນໂຄງການໜຶ່ງຄົນລອຍຫຼາຍຄົນໃຫ້ One Man & The River ເພື່ອຮັບບໍລິຈາກຫາເງິນຊ່ວຍເຫຼືອ 2ໂຮງໝໍ ໂດຍໄດ້ຮັບຄວາມສົນໃຈປະຊາຊົນ 2ຝັ່ງປະເທດຈຳນວນຫຼາຍໝົດປະເທດໄທແລະ ສປປ ລາວ.
ລ່າສຸດ ໂຕໂນ່ ອອກມາປະກາດແຈ້ງຂ່າວລາບວດ ກຽມທີ່ຈະເຮັດໜ້າທີ່ຕາມປະເພນີ ຂອງຜູ້ຊາຍໄທດ້ວຍຄວາມເຕັມໃຈ ເພື່ອເປັນການຕອບແທນທັ້ງ 2ຝັ່ງ ໄທ-ລາວດ້ວຍ.
ໂດຍລະບຸວ່າ ການຕັດສິນໃຈນີ້ຂໍມອບໃຫ້ທຸກຄວາມຮັກທີ່ພວກເຮົາມີຕໍ່ກັນລະຫວ່າງ ໄທ-ລາວ ຂ້ອຍບໍ່ຮູ້ວ່າຈະຫາຄຳໃດມາບັນຍາຍຫາຄຳໃດມາຂອບໃຈ ຫຼືຕອບແທນຄວາມຮັກ ຄວາມສາມັກຄີ ຄວາມມີນ້ຳໃຈທີ່ທຸກຄົນມາຮ່ວມມືກັນ ເພື່ອແມ່ນ້ຳຂອງເຮົາ ເພື່ອໝໍ, ເພື່ອພະຍາບານ ຈາກໂຮງໝໍຂອງທັ້ງ 2ຝັ່ງຂອງໃນຄັ້ງນີ້
ອີກບໍ່ຈັກມື້ເຮົາກໍຈະປິດຮັບບໍລິຈາກແລ້ວສຳລັບ One Man & The River ໜຶ່ງຄົນລອຍຫຼາຍຄົນໃຫ້ຍອດບໍລິຈາກທີ່ທຸກຄົນຊ່ວຍກັນ “ ລົງມືເຮັດ” ມັນເກີນເປົ້າໄປຫຼາຍ ຄວາມດີງາມຂອງນ້ຳໃຈທີ່ທຸກຄົນມີໃຫ້ຄົນໄທ-ຄົນລາວຂອງທັ້ງ 2ຝັ່ງຂອງ ທີ່ນະຄອນພະນົມ-ທ່າແຂກໃນຄັ້ງນີ້