( ຂຽນໄດ້ດີຫຼາຍ) ເຖິງຈະຮຽນບໍ່ເກັ່ງເທົ່າໃດ ກໍ່ບໍ່ສູ້ເທົ່າໃຊ້ຊີວິດຕົນເອງໃຫ້ເປັນ.

( ຂຽນໄດ້ດີຫຼາຍ) ເຖິງຈະຮຽນບໍ່ເກັ່ງເທົ່າໃດ ກໍ່ບໍ່ສູ້ເທົ່າໃຊ້ຊີວິດຕົນເອງໃຫ້ເປັນ.


ການສຶກສານັ້ນເປັນສິ່ງທີ່ສຳຄັນແຕ່ຫຼາຍໆຄົນຍັງຈຳກັດຄຳວ່າ “ ການສຶກສາ” ໄວ້ໃນພຽງຫ້ອງຮຽນ ຕັດສິນວ່າຄົນນັ້ນມີການສຶກສາ ຫຼືບໍ່ມີຄວາມຮູ້ຈາກວຸດທິທີ່ຮຽນຈົບອອກມາແລະຫຼາຍໆຄົນນັ້ນ ກໍ່ເຊື່ອວ່າການທີ່ໄດ້ຮຽນຈົບສູງໆ

ກໍ່ຈະເຮັດໃຫ້ເຮົານັ້ນມີໜ້າທີ່ການງານທີ່ດີແລະດີຕໍ່ອານາຄົດ ແຕ່ໃນໂລກຄວາມເປັນຈິງແລ້ວ ການທີ່ເຮົານັ້ນຮຽນສູງກໍ່ບໍ່ໄດ້ໝາຍຄວາມວ່າເຮົາຈະປະສົບຜົນສຳເລັດສະເໝີໄປ
ເພາະດັ່ງນັ້ນການທີ່ຮຽນສູງຫຼາຍເທົ່າໃດ ມັນກໍ່ບໍ່ແມ່ນປະເດັນ ການທີ່ຈະເຮັດວຽກໃຫ້ເປັນນີ້ແຫຼະຄືປະເດັນທີ່ສຳຄັນ

ແລ້ວເຮົາກໍຈະມາເວົ້າເຖິງເລື່ອງນີ້ກັນເລື່ອງການຮຽນ
ການສຶກສາບ້ານເຮົານັ້ນກໍຄືກັບວ່າເປັນເລື່ອງຂອງຄົນທີ່ຮຽນພຽງຄົນດຽວ ການທີ່ຮຽນດີ ຮຽນບໍ່ດີ ກໍ່ຢູ່ກັບຕົນເອງທັງໝົດ ບໍ່ວ່າພໍ່ແມ່ຄູບາອາຈານ ຫຼືພີ່ນ້ອງກໍ່ບໍ່ສາມາດຊ່ວຍຫຍັງໄດ້ເລີຍ ແລະບາງຄັ້ງສະຖານທີ່ ທີ່ເຮົາຮຽນນັ້ນຈົບມາກໍ່ບໍ່ໄດ້ກ່ຽວກັບການເຮັດວຽກຂອງເຮົາ

ແນ່ນອນວ່າທຸກສິ່ງກໍຂຶ້ນຢູ່ກັບປະສົບການແລະຝີມືດ້ວຍເຊັ່ນກັນທີ່ຈະເຮັດວຽກແລະໃຊ້ຊີວິດຢູ່ກັບຄົນອື່ນ ແຕ່ຖ້າເຮົານັ້ນມີຜົນການຮຽນທີ່ອອກມາດີ ກໍ່ມີໂອກາດທີ່ຈະເຮັດວຽກເກັ່ງ ເພາະກວ່າຈະຈົບກໍ່ຕ້ອງຝຶກຝົນກັນມາຫຼາຍ ເຊິ່ງນັ້ນກໍຄິດວ່າເຄີຍຜ່ານກັນມາໝົດທຸກຢ່າງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page