( ສອນໃຈໄດ້ດີຫຼາຍ) ຈົ່ງຢູ່ຢ່າງຄົນຈົນ ແລ້ວເຮົາເຖິງຈະລວຍຂຶ້ນ
“ ໃຊ້ຊີວິດແບບຄົນຈົນ ແລ້ວເຮົາຈະບໍ່ມີມື້ຈົນ” ເປັນຄຳເວົ້າທີ່ຄົນສະໄໝກ່ອນມັກໃຊ້ສອນລູກຫຼານ ຄົນສະໄໝກ່ອນຈະປະຢັດ ອາດຈະເພາະເຄີຍຜ່ານຄວາມລຳບາກມາກ່ອນ ແຕ່ຄວາມເປັນຈິງກໍ່ບໍ່ໜ້າຈະແບ່ງວ່າເປັນຄົນສະໄໝກ່ອນຫຼືສະໄໝນີ້
ເພາະເປັນເລື່ອງຂອງບຸກຄົນຫຼາຍກວ່າ ຜູ້ຂຽນເຊື່ອວ່າຄົນຍຸກໃໝ່ກໍ່ມີບໍ່ໜ້ອຍ ທີ່ຮູ້ຈັກໃຊ້ເງິນແບ່ງເງິນເກັບອອມ ບໍ່ຈຳເປັນວ່າມີຫຼາຍຕ້ອງໃຊ້ຫຼາຍ ພຽງແຕ່ດ້ວຍຄວາມທີ່ໂລກຂອງເຮົາ ຢູ່ໃນຍຸກຂອງທືນນິຍົມ ທີ່ເນັ້ນເລື່ອງຂອງການບໍລິໂພກນິຍົມເປັນທີ່ຕັ້ງ ຜູ້ຄົນເຊື່ອວ່າຄວາມສຸກຈະເກີດຂຶ້ື້ນໄດ້
ຈາກການໃຊ້ເງິນບໍ່ວ່າຈະເປັນເລື່ອງກິນຫຼືທ່ຽວກໍເລີຍຈັດເຕັມ ບໍ່ມີແລ້ວຄຳວ່າລຳບາກກ່ອນສະບາຍທີຫຼັງ ເພາະຕ້ອງການສະບາຍຕັ້ງແຕ່ມື້ນີເລີຍ ຜູ້ຄົນໃນຍຸກນີ້ມີແນວໂນ້ມທີ່ຈະໃຊ້ຈ່າຍເງິນ ເພື່ອຊື້ຄວາມສຸກຫຼາຍກວ່າຄົນໃນອາດີດ ນີ້ເປັນຄວາມຈິງທີ່ທຸກຄົນຮູ້ດີພຽງແຕ່ບາງຄັ້ງເຮົາຕ້ອງຄືຢຸດຄິດການໄປອ່ານພົບປະໂຫຍດທີ່ເປັນຂໍ້ຄິດຫຼືຄະຕິທຳເຮັດໃຫ້ເຮົາຢຸດຫັນມາທົບທວນພຶດຕິກຳຂອງຕົນເອງວ່າ ມີຫຍັງທີ່ຫຼາຍຫຼືໜ້ອຍເກີນໄປ ແລ້ວກໍປັບປ່ຽນເພື່ອໃຫ້ເກີດຄວາມສົມດູນຫຼາຍຂຶ້ນ
ບາງຄົນຍັງຮຍກຕົນເອງວ່າບໍ່ມີຫຼືຈົນ ອາດຈະຖຽງວ່າບໍ່ຕ້ອງໃຊ້ຊີວິດແບບຈົນໆ ກໍຖູກບັງຄັບໃຫ້ມີຊີວິດແບບຈົນໆຢູ່ແລ້ວ ຖ້າຄວາມຄິດເລີ່ມຕົ້ນຂອງເຮົາເປັນແບບນີ້ ສະແດງວ່າເຮົາບໍ່ຮູ້່ເຖິງຄວາມໝາຍເບື້ອງເລິກເບື້ອງຫຼັງຂອງຂໍ້ຄວາມນີ້ ນຳໄປຄິດແລະປະຍຸກໃຊ້ໃຫ້ເໝາະສົມກັບຊີວິດມີບາງຄົນບອກວ່າຄົນເກັບຂີເຫຍື້ອເຂົາກິນອາຫານຖືກໆໃສ່ເສື້ອຜ້າເກົ່າໆ ເຂົາກໍຍັງຄົງຈົນຢູ່ ສ່ວນເຈົ້າຂອງຮ້ານທອງກິນອາຫານໃນພັດຕະຄານໃສ່ເສື້ອຜ້າຫຼູຫຼາລາຄາແພງກໍເຫັນເຂົາຍັງລວຍຢູ່ຖ້າເຮົາຄິດແບບນີ້ຂໍ້ຄວາມນີ້ກໍບໍ່ມີປະໂຫຍກຫຍັງທີ່ເຮົາຈະເອົາໄປຄິດຕໍ່ໄດ້.