ພໍ່ສາຍເປ! ທຸ່ມເງິນ 100ລ້ານບາດ ໄດ້ລູກແຝດ4ຄົນ
ລູກຝາແຝດ “ບີມ ກະວີ- ອອຍ ອະຖິພອນ” ກຳເນີດແລ້ວ ເຜີຍຖ້າພົບທຸກມື້ ເລື່ອງຊື່ຍັງບໍ່ໄດ້ຕັດສິນໃຈ
ແມ່ຂໍເວລາຄິດກ່ອນ ບີມ ກ່າວວ່າ “ ຕື່ນເຕັ້ນຫຼາຍ ຕື່ນເຕັ້ນກັນໝົດຄອບຄົວ ກຽມເຕືອນ, ກຽມຂອງໃຊ້ຕ່າງໆໄວ້ພ້ອມແລ້ວ ເພາະເຄີຍມີປະສົບການຕອນແຝດອ້າຍ

ດັ່ງນັ້ນເລີຍຮູ້ຂັ້ນຕອນດີ ສ່ວນອ້າຍທີ ແລະນ້ອງພີ ກໍ່ລໍຖ້າພົບເບບີ່ກັນທຸກມື້ ສຳລັບອອຍ ຄິດວ່າໜ້າຈະນອນພັກຜ່ອນທີ່ໂຮງໝໍ ຈັກ5-6ວັນ ເຖິງຈະກັບເຮືອນໄດ້

ສ່ວນເລື່ອງຊື່ນັ້ນອອຍບອກວ່າຍັງຕັດສິນໃຈບໍ່ໄດ້ ຂໍເວລາຄິດກ່ອນ

ຂອບໃຈທຸກຄົນທີ່ຄອຍເປັນກຳລັງໃຈໃຫ້ກັບຄອບຄົວເຮົາຫວັງວ່າຈະເອັນດູນ້ອງສາວຝາແຝດຄືເອັນດູອ້າຍທີນ້ອງພີ ແລະເຜີຍຕອນນີ້ຕ້ອງເຮັດວຽກໜັກຂຶ້ນເພາະລູກ 4ຄົນ
ກຽມຫາໂຮງຮຽນໄວ້ໃຫ້ຮຽບຮ້ອຍແລ້ວ ແຖມຝ່າຍຍິງຍັງບອກວ່າຍັງບໍ່ໄດ້ປິດອູ່ເພາະໄຂ່ທີ່ເກັບໄວ້ຍັງເຫຼືອ ຖ້າຮ່າງກາຍຍັງໄຫວອາດຈະມີເພີ່ມກໍໄດ້.