ໃຜໄປຊື້ແດ່ແລ້ວ? ເຂົ້າສານທີ່ລັດແຊກແຊງລາຄາ ຂາຍຖືກໆ

ໃຜໄປຊື້ແດ່ແລ້ວ? ເຂົ້າສານທີ່ລັດແຊກແຊງລາຄາ ຂາຍຖືກໆ

ເພື່ອແຊກແຊງລາຄາເຂົ້າທີ່ສູງ ລັດໄດ້ເປີດຮ້ານຈຳໜ່າຍເຂົ້າກິນ ເພື່ອແຊກແຊງລາຄາລັດຊີ້ນຳຢູ່ນະຄອນຫຼວງວຽງຈັນ ໂດຍຂາຍລາຄາສູງສຸດບໍ່ເກີນ 9.700 ກີບຕໍ່ກິໂລ ໄລຍະ 60 ວັນ ຈັດຂຶ້ນວັນທີ 24 ຕຸລາ 2022.



ເພື່ອປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຄາເຂົ້າສານ ແລະ ດັດສົມຕະຫຼາດໃຫ້ມີປະສິດທິຜົນ ແລະ ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານລາຄາຫຼີກລ່ຽງສະພາບເຂົ້າກິນຂາດຕະຫຼາດ ແລະ ການເກງກໍາໄລທີ່ບໍ່ສົມເຫດສົມຜົນ

ໄດ້ເຫັນດີໃຫ້ນຳເອົາສິນຄ້າປະເພດເຂົ້າສານໜຽວປະເພດ 2 ອອກຈຳໜ່າຍສູ່ສັງຄົມ ໃນລາຄາທີ່ລັດຊີ້ນຳ ເຂົ້າສານໜຽວປະເພດ 2 ລາຄາສູງສຸດບໍ່ເກີນ 9.700 ກີບຕໍ່ກິໂລ ຈໍານວນທັງໝົດ 340 ໂຕນ.



ໄດ້ກຳນົດເອົາສະຖານທີ່ຕັ້ງຈຸດຈຳໜ່າຍ ຢູ່ບໍລິສັດ ຄຳແພງເພັດ ແຈ້ງສະຫວ່າງ ສົ່ງເສີມການກະເສດ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ຕັ້ງຢູ່ບ້ານນາສ້ຽວ ຖະໜົນສີເກີດ-ດົງໂດກ ເມືອງ ນາຊາຍທອງ ເລີ່ມຂາຍເວລາແຕ່ 8:00 ໂມງ-17:00 ໂມງ ວັນຈັນ-ວັນສຸກ ເຊິ່ງຈະໄດ້ດຳເນີນການເປີດບໍລິການເປັນເວລາ 60 ວັນ ແຕ່ວັນທີ 24 ຕຸລາ-24 ທັນວາ 2022.



ທີ່ມາ: ເສດຖະກິດການຄ້າ

Leave a Reply

Your email address will not be published. Required fields are marked *

You cannot copy content of this page