ແຕກຕື່ນກັນທົ່ວຫົນທາງ!ເມຍໂມໂຫໜັກເຫັນຜົວໄປກັບກິກ ໂດດກັດຫູກິກເລີຍ



ສຳນັກຂ່າວຫວຽດນາມລາຍງານວ່າ ມີເຫດການສຸດຕົກໃຈທີ່ສາວຄົນໜຶ່ງຢູ່ດີໆກໍປີນຂຶ້ນໄປທາງໜ້າລົດສີແດງ ພ້ອມຢຽບແວ່ນລົດຊ້ຳໆ ເຮັດໃຫ້ຄົນຕົກໃຈແລະຫວັ່ນໄປທົ່ວ


ເມື່ອໄດ້ຮັບຂໍ້ມູນ ກົມຕຳຫຼວດໄດ້ຮັບຄະດີກວດສອບແລະຊີ້ແຈງເບື້ອງຕົ້ນ ພົບເຫດການເກີດຂຶ້ນເທິງທາງຫຼວງຂອງປະເທດຫວຽດນາມ ຍິງສາວໄວ 30ປີ ສືບຮູ້ວ່າສາມີແອບມີເມຍນ້ອຍ ແຖມຍັງຈັບໄດ້ຄາໜັງຄາເຂົາ ເພາະທັ້ງຄູ່ຢູ່ເທິງລົດທີ່ລາວເປັນຄົນຊື້ດ້ວຍກັນ


ດ້ວຍຄວາມໃຈຮ້າຍແລະຫຶງຫວງເຮັດໃຫ້ລາວຍ່າງໄປຢຸຸດລົດແລະປີນຂຶ້ນໜ້າລົດ ຈາກນັ້ນໃຊ້ຕີນຢຽບກະທືບແວ່ນຊ້ຳໆ ຈົນແຕກຕໍ່ໜ້າໃຜຫຼາຍຄົນພ້ອມຮ້ອງບອກຄົນຂັບໃຫ້ຢຸດລົດ ເທົ່ານັ້ນຍັງບໍ່ພໍລາວຍັງໄປເປີດປະຕູລົດ ດ່າທໍບໍ່ຢັ້ງພ້ອມດຶງຜົມແລ້ວທຸບຕີກິກທີ່ນັ່ງຢູ່ໃນລົດ


ຜູ້ເຫັນເຫດການທະເລາະວິວາດພະຍາຍາມເຂົ້າຫ້າມຍິງຄົນດັ່ງກ່າວເພື່ອບໍ່ໃຫ້ທຳຮ້າຍກັນໄປຫຼາຍກວ່ານີ້ ແຕ່ບໍ່ທັນການ ເພາະຍິງສາວທີ່ນັ່ງໃນລົດຖືກກັດຫູເບື້ອງຊ້າຍຂອງລາວ ຫຼັງຈາກເຫດການລາວຖືກນຳຕົວສົ່ງໂຮງໝໍ ເພື່ອຮັບການຮັກສາສຸກເສີນ ແນວໃດກໍ່ຕາມເນື່ອງຈາກຫູຂອງລາວຖືກຕັດສ່ວນໜຶ່ງ ຜູ້ຍິງຄົນນີ້ຖືກຍ້າຍໄປຮານອຍເພື່ອຮັບການຮັກສາ ຜູ້ກໍ່ເຫດເຂົ້າມອບຕົວກັບເຈົ້າໜ້າທີ່ຕຳຫຼວດຮຽບຮ້ອຍແລ້ວແລະດຳເນີນຕາມກົດໝາຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page