ເສດຖີຕົກອັບ ລວຍແລ້ວ ບໍ່ເອົາພີ່ນ້ອງ ສຸດທ້າຍ..( ສອນດີຫຼາຍ)

ເສດຖີຕົກອັບ ລວຍແລ້ວ ບໍ່ເອົາພີ່ນ້ອງ ສຸດທ້າຍ..( ສອນດີຫຼາຍ)


ປະສົບການຈາກເສດຖີຕົກອັບລວຍແລ້ວຢ່າທະນົງຕົນ ຍິ່ງບິນສູງຫຼາຍ ຍິ່ງຕົກລົງມາເຈັບ
ມີອາດີດເສດຖີທ່ານໜຶ່ງເລົ່າໃຫ້ຟັງວ່າ..ເມື່ອກ່ອນຂ້ອຍມີທີ່ດິນ ຢູ່ເກືອບທຸກເຂດແລະຕາມຫົວມືອງໃຫຍ່ໆ ທົ່ວປະເທດລວມແລ້ວປະມານ 500ໄຮ່ ເມື່ອ 30ປີ ທີ່ແລ້ວຂ້ອຍພົກເງິນໃນກະເປົາໄວ້ທ່ຽວຄັ້ງລະແສນບາດ

ເຮັດມາຄ້າຂາຍໄດ້ເງິນດີ ພັນລະຍາຂ້ອຍມັກຫຼິ້ນຫຸ້ນ ລາຄາຫຸ້ນກໍຂຶ້ນເອົາຂຶ້ນເອົາ ເຮົາກໍ່້ໄດ້ກຳໄລຫຼາຍ ເຮົາມີເງິນສົດຫຼາຍຮ້ອຍຫຼານ ຢູ່ມາມື້ໜຶ່ງມີພີ່ນ້ອງຂ້ອຍຄົນໜຶ່ງ ເດືອດຮ້ອນເລື່ອງເງິນ ຂ້ອຍດ່າເຂົາເສຍໆຫາຍໆ ( ດ້ວຍຄວາມທີ່ຄິດວ່າຕົນເອງມີເງິນຫຼາຍຈະເວົ້າຫຍັງກັບໃຜກໍ່ໄດ້) ແຕ່ກໍໃຫ້ເງິນໄປແລ້ວບອກເຂົາວ່າບໍ່ຕ້ອງໃຫ້ເຫັນໜ້າອີກ ເງິນທີ່ໃຫ້ຄິດວ່າ “ ໃຫ້ທານ” ເຂົາຮັບເງິນພ້ອມນ້ຳຕາ ( ຕອນນັ້ນບໍ່ຮູ້ດອກວ່າເຂົາຈະຮູ້ສຶກແນວໃດ)

ເມື່ອຂ້ອຍຄິດການໃຫຍ່ຕັ້ງໂຮງງານອາໄລ່ ແຕ່ປີນັ້ນເກີດວິກິດນ້ຳທ່ວມໜັກ ນ້ຳພັດພາທຸກຢ່າງໄປຈາກຊີວິດຂ້ອຍ ລົດ 19ຄັນ ບ້ານອີກ 5ຫຼັງທີ່ດິນທັງໝົດ ແລະເງິນສົດທີ່ເຄີຍມີແຟນຂ້ອຍຫຼິ້ນຫຸ້ນເຈັ້ງໄປສີ່ຮ້ອຍກວ່າລ້ານ ລູກໆເຮັດທຸລະກິດກໍ່ໝົດຕົວຂາດທືນຍ່ອຍຍັບພາຍໃນ 2ປີ ສິ່ງທີ່ມີຫາຍໄປ ເຫຼືອໄວ້ພຽງໜີ້ສິນ 200ກວ່າລ້ານ


ປະຈະບັນຂ້ອຍຄື “ ບຸກຄົນລົ້ມລະລາຍ” ເຊົ່າຫ້ອງແຖວພໍຢູ່ໄດ້ ຂາຍເຂົ້າປຽກປະທັງຊີວິດໄປວັນໆ ເມຍຂ້ອຍກໍ່ບໍ່ມີກະຈິດກະໃຈເຮັດ ລູກຂ້ອຍກໍ່ຕ່າງແຍກຍ້າຍກັນໄປ ເອົາຕົວລອກຕາມເສັ້ນທາງຊີວິດຂອງຕົນເອງ ຂ້ອຍບໍ່ເຄີຍໄດ້ເຫັນໜ້າລູກອີກເລີຍ ຕອນນີ້ຂ້ອຍອາຍຸ 76 ຂ້ອຍຕ້ອງຍົກໝໍ້ເຂົ້າປຽກ, ລ້າງຖ້ວຍ

ເງິນຄ່າເຊົ່າຫ້ອງນີ້ຂ້ອຍໄປຢືມກັບຄົນທີ່ຂ້ອຍດ່າເຂົາແລ້ວ ໃຫ້ເງິນເຂົາໄປ ລູກເຂົາຢື່ນຂ້ອຍໃຫ້ຂ້ອຍແລ້ວບອກຂ້ອຍວ່າ “ ພໍ່ຂ້ອຍແບກໜ້າໄປຢືມເງິນລຸງ ເພາະຕອນນັ້ນຂ້ອຍເຂົ້າໂຮງໝໍຜ່າຕັດເພື່ອໃຫ້ລອດ ພໍ່ນັ່ງໄຫ້ ລຸງດ່າແລ້ວໂຍນເງິນໃຫ້ຄືໝາ ລຸງບອກວ່າຈະຕີພໍ່ ພໍ່ກໍ່ຍອມ ເພາະຊີວິດລູກມີຄ່າ ຕໍ່ໃຫ້ເຮັດແນວໃດພໍ່ກໍ່ຍອມ ຖ້າມີເງິນຈະຫາມາຄືນລຸງບໍ່ມີໜີ້ບຸນຄຸນກັນ ແຕ່ຖ້າລຸງລຳບາກລຸງມາຢືມຂ້ອຍຈະບໍ່ດ່າລຸງຄືລຸງດ່າພໍ່ຂ້ອຍແລະຂ້ອຍໄດ້ເຮັດຕາມທີ່ພໍ່ບອກໄວ້ແລ້ວວ່າໃຫ້ໃຊ້ໜີ້ກ້ອນນີ້ໃຫ້ລຸງ”.

Leave a Reply

Your email address will not be published. Required fields are marked *

You cannot copy content of this page