ເຂົ່າອ່ອນກັບບາດ! ເຮັດນາໝົດປີ ຄົນບໍ່ດີລັກຈູດກອງເຂົ້າ

ເຮັດນາຫມົດປີ ຄົນຈູດກອງເຂົ້າ



ໃນວັນ 26/10/2022 ຄົນບໍ່ດີໄດ້ຈູດກອງເຂົ້າຂອງປະຊາຊົນ ຢູ່ເຂດ 516 ແຂວງໄຊສົມບູນ.


ເຈົ້າຂອງເລົ່າວ່າ: ໄດ້ກ່ຽວເຂົ້າແລ້ວຂົນມາກອງໄວ້ ຈາກນັ້ນ ກໍກັບເມືອເຮືອນ ຄິດວ່າມື້ອື່ນເຊົ້າຈະມາຕີເອົາເຂົ້າ, ແຕ່ພໍມາຮອດຕອນເຊົ້າເຫັນກອງເຂົ້າຖືກໄຟໄຫມ້ ຄາດວ່າຄົນບໍ່ດີຈະມາຈູດຕອນກາງຄືນຂອງວັນທີ 25 ຕໍ່ໃສ່ທີ 26 ຕຸລາ 2022.


ຂໍໃຫ້ເຈົ້າຫນ້າທີ່ຈັບຄົນບໍ່ດີໄດ້ໂດຍໄວແດ່ເດີ ເຫັນແລ້ວຕາອີຕົນກ່ອນຊິໄດ້ມາຮອດນີ້ເພິ່ນຕ້ອງດຸໝັ່ນແລະອົດທົນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page