ແນວຄິດຂອງຄົນລວຍ ຫາເງິນເກັ່ງ ຫາເງິນໄດ້ຫຼາຍເຂົາມີວິທີຄິດແບບນີ້

ແນວຄິດຂອງຄົນລວຍ ຫາເງິນເກັ່ງ ຫາເງິນໄດ້ຫຼາຍເຂົາມີວິທີຄິດແບບນີ້



1.ຄົນລວຍມັກຄິດ “ມັກຊອກຄິດສິ່ງໃໝ່ໆສະເໝີ” ເຮັດໃຫ້ສາມາດສ້າງຊ່ອງທາງຂອງລາຍໄດ້ຫຼາຍກວ່າຄົນທຳມະດາທົ່ວໄປ
2.ຄົນລວຍກ້າເວົ້າ: “ກ້າຂາຍກ້ານຳສະເໜີ” ສິ່ງທີ່ສ້າງປະໂຫຍດຫຼືສ້າງຄຸນຄ່າໃຫ້ຜູ້ອື່ນ “ ຜູ້ຊື້” ຈະຊື້ຫຼືບໍ່ເປັນອີກເລື່ອງ?


3.ຄົນລວຍໂຄດດຸໝັ່ນ: “ມີເປົ້າໝາຍຂອງຕົນເອງຊັດເຈນ” ພື້ນຖານຂອງຄົນສຳເລັດຕ້ອງດຸໝັ່ນ ແຕ່ດຸໝັ່ນຢ່າງມີເປົ້ໝາຍແລະຮູ້ວ່າດຸໄປເພື່ອຫຍັງ
4.ຫາເງິນເປັນທັກສະຄືກິລາ: ບໍ່ມີນັກກິລາມືອາຊີບຄົນໃດທີ່ມາເລີ່ມຝຶກຕອນໃຫຍ່ ການຝຶກທັກສະ ການຫາເງິນຍິ່ງເດັກຍິ່ງໄດ້ປຽບ


5.ຄົນຈະຈ່າຍເງິນເມື່ອເຮົາແກ້ບັນຫາໃຫ້ເຂົາ: ທຸກບັນຫາມີເງິນຊ່ອນຢູ່ສະເໝີ ຕັ້ງໃຈດູແລ້ວຈະເຫັນ
6.ເຮັດເລື່ອງຍາກໃຫ້ເປັນເລື່ອງ່າຍ: ຄົນຍອມຈ່າຍເງິນຖ້າເຮົາເຮັດເລື່ອງຍາກໃຫ້ເປັນເລື່ອງ່າຍ
7.ການຫາເງິນບໍ່ແມ່ນເລື່ອງທີ່ຜິດແລະບໍ່ແມ່ນເລື່ອງທີ່ໜ້າອາຍ: ຄົນທີ່ເຮັດວຽກຫາເງິນຕັ້ງແຕ່ນ້ອຍ ຈະບໍ່ເບິ່ງເງິນໃນແງ່ລົບຄືຄົນສ່ວນໃຫຍ່ ເຮົາຕ້ອງເບິ່ງເງິນໃນແງ່ບວກ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page