ຄົນຢູ່ຕ່າງປະເທດຕາມຫາຍາດພີ່ນ້ອງຢູ່ເມືອງລາວ

ຕາມຫາຍາດພີ່ນ້ອງຢູ່ເມືອງລາວ

(ເຂດຕະຫຼາດທ່າເຮືອເມຫຼວງພະບາງ ຫຼື ບ້ານເຂດໃກ້ຄຽງ) ຂ້າພະເຈົ້າ ນາງ ໃດ໋ ຊົ່ງ ອາຍຸ 50 ປີ (ເກີດປີ 1972) ຕອນນີ້ອາໄສຢູ່ ລັດຄາລິຟໍເນຍ ອາເມຣິກາ. ຕາມການບອກເລົ່າຂອງພໍ່ແມ່ລ້ຽງເຊິ່ງເປັນເຜົ່າມົ້ງ (ເລົ່າໃຫ້ຟັງຕອນຕົນໃຫຍ່ແລ້ວ) ຕອນຍັງນ້ອຍໆ ພໍ່ແມ່ແທ້ໆຂອງຕົນເຊີ່ງຕອນນັ້ນອາໄສຢູ່ແຖວຕະຫລາດເຊົ້າ ຫລື ບໍລິເວນໃກ້ເມືອງຫລວງພະບາງ ໄດ້ມອບຕົນໃຫ້ຄົນມົ້ງ (ພໍ່ແມ່ລ້ຽງ).

ຕໍ່ມາພໍ່ແມ່ລ້ຽງໄດ້ພາຕົນຂ້າມມາຢູ່ສູນອົບພະຍົບຢູ່ໄທ ຈົນອາຍຸສິບປາຍປີຈື່ງໄດ້ຍ້າຍມາຢູ່ອາເມລິກາ ຕອນນີ້ມີຄຄແລະຊີວິດທີ່ສົມບູນແລ້ວ.

ພາຍຫລັງໄດ້ຮັບຮູ້ຄວາມຈິງວ່າຕົນແມ່ນລູກລ້ຽງ ຕົນໄດ້ພະຍາຍາມສືບຖາມ ແລະ ຕາມຫາພໍ່ແມ່ເກີດ ແລະ ອ້າຍເອື້ອຍນ້ອງຂອງຕົນມາເລື້ອຍໆ (ແມ່ຊື່ ຈັນ ຫລື ຈຳ) ຮູ້ແຕ່ວ່າອາໄສຢູ່ ຫລື ມາຂາຍເຄື່ອງຢູ່ຕະຫຼາດເຊົ້າເມືອງຫຼວງພະບາງໃນຊຸມປີ 1970-80, ສ່ວນພໍ່ເປັນຕຳຫຼວດຢູ່ວຽງຈັນໃນຂະນະນັ້ນ. ເຖິງວ່າຕອນນີ້ຈະມີຊີວິດທີ່ສົມບູນ ແຕ່ຕົນຍັງຂາດອັນນື່ງໄປ ນັ້ນກໍຄືພໍ່ເເມ່ແທ້ຈິງ

ແລະ ອ້າຍເອື້ອຍນ້ອງທີ່ພັດຈາກກັນ. ຖ້າບຸນຫວາດສະຫນາມີຈິງ ຢາກພົບພໍ້ພວກເພີ່ນ ເພື່ອຈະໄດ້ອຸ້ມຊູຊ່ວຍຍາດພີ່ນ້ອງຢູ່ທາງເມືອງລາວພີ້. ຖ້າທ່ານໃດພໍຮູ້ບໍ່ແສ ສືບທາວໄດ້ ແລະ ຖ້າຜົນກວດ NDA ຕົງກັນ ຕົນຈະໃຫ້ການຊ່ວຍເຫຼືອຢ່າງເຕັມທີ່.

ແຈ້ງເບາະແສໄດ້ທີ່ 020 28201884 ຫລື 020 22999917 (ທັງສອງຄົນນີ້ໄດ້ພົບຕົນຢູ່ອາເມລິກາເດືອນ 8 ຜ່ານມານີ້, ຮັບຟັງເລື່ອງລາວຈາກປາກຕົນ ແລະ ຂໍໃຫ້ຕາມຫາຍາດຊ່ວຍ)

Leave a Reply

Your email address will not be published. Required fields are marked *

You cannot copy content of this page