ໜຸ່ມດວງເຮັງ! ຖືກເລກພັນລ້ານ ແຕ່ຕ້ອງແປງກາຍໄປຮັບລາງວັນຢ້ານພີ່ນ້ອງຮູ້
ຮຽກໄດ້ວ່າເປັນອີກໜຶ່ງເລື່ອງລາວສຸດແປກ ເມື່ອເວັບໄຊຕ່າງປະເທດລາຍງານວ່າ ຊາຍຈີນທ່ານໜຶ່ງໄດ້ສ້າງຄວາມຮືຮາໃນໂລກອອນລາຍ ຫຼັງຈາກເຂົາຖືກເລກລາງວັນໃຫຍ່ ເປັນເງິນມູນຄ່າກວ່າ 219ລ້ານຢວນ ແຕ່ກັບຕ້ອງໃສ່ຊຸດມາສຄັອດໄປຮັບລາງວັນ ເຊິ່ງສາເຫດເປັນເພາະລູກແລະເມຍແທ້ືໆ
ລາຍງານລະບຸວ່າເຂົາໄດ້ເດີນທາງໄປຮັບລາງວັນທີ່ສູນສະຫຼາກສະວັດດີການເມືອງກວ່າງຊີ ໂດຍໃສ່ “ ຊຸດມາຄັອດ” ໂຕກະຕູນສີເຫຼືອງ ກ່ອນຈະຖືກຫັກພາສີແລະມອບເງິນບໍລິຈາກຈຳນວນ 5ລ້ານຢວນ ເພື່ອໃຊ້ເປັນປະໂຫຍດຕໍ່ສາທາລະນະເຊິ່ງເຈົ້າຕົວເລົ່າວ່າ ເຂົາຜ່ານຮ້ານຫວຍສະວັດດີການໃນຫ້າງສິນຄ້າແຫ່ງໜຶ່ງ ຈຶ່ງຕັດສິນໃຈຊື້ຈຳນວນ 3ໃບ ລວມເປັນເງິນ 160ຢວນ ຈົນກະທັ່ງເຊົ້າມື້ຕໍ່ມາ ເມື່ອກວດເບິ່ງຈຶ່ງພົບວ່າຖືກລາງວັນໃຫຍ່
ແນວໃດກໍ່ຕາມ ໜຸ່ມຄົນນີ້ຍັງເຜີຍວ່າ ເຫດຜົນໃນການແຕ່ງຕົວມາຮັບລາງວັນຄັ້ງນີ້ ສາເຫດເປັນເພາະບໍ່ໄດ້ບອກພັນລະຍາແລະລູກໆຂອງເຂົາ ເພາະຢ້ານວ່າພວກເຂົາຈະຂີ້ຄ້ານແລະບໍ່ດຸເຮັດວຽກຕໍ່ໄປໃນອານາຄົດ ຈຶ່ງບໍ່ຢາກໃຫ້ພວກເຂົາຮູ້ ງານນີ້ເຮັດໃຫ້ຊາວເນັດຕ່າງຊື່ນຊົມໃນຄວາມຄິດຂອງເຂົາຫຼາຍ.