ລັດຖະບານ ຍົກ 6 ຫົວຂໍ້ ຂຶ້ນຫາລືໃນກອງປະຊຸມສະໄໝສາມັນ ປະຈຳເດືອນຕຸລາ.
ຂປລ. ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2022 ໄດ້ໄຂຂຶ້ນ ໃນວັນທີ 26 ຕຸລາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄໍາ ວິພາວັນນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງເຂົ້າຮ່ວມ.

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2022 ຈະໄດ້ດຳເນີນເປັນເວລາ 1ວັນເຄິ່ງ ໂດຍຈະໄດ້ປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບກັນໃນ 6 ຫົວຂໍ້ ທີ່ສໍາຄັນ ແລະ ຈໍາເປັນ ຄື:
1). ສະຫລຸບການເຄື່ອນໄຫວວຽກງານພົ້ນເດັ່ນປະຈໍາເດືອນຕຸລາ ແລະ ທິດທາງແຜນການປະຈໍາເດືອນພະຈິກ 2022 ຂອງລັດຖະບານ;

2). ລາຍງານຫຍໍ້ຜົນການຢ້ຽມຢາມຂອງ ທ່ານນາຍົກລັດຖະມົນຕີ ພ້ອມຄະນະຢູ່ ສ ສິງກະໂປ ຢ່າງເປັນທາງການ ໃນວັນທີ 27-28 ກັນຍາ 2022, ຜົນການຕ້ອນຮັບທ່ານນາຍົກລັດຖະມົນຕີ ແຫ່ງ ສ ກູບາ ແລະ ທິດຜັນຂະຫຍາຍ, ລາຍງານການກະກຽມວາງສິລາລືກຂົວມິດຕະພາບລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ);

3). ບົດລາຍງານຂອງລັດຖະບານ ທີ່ຈະສະເໜີລາຍງານ ຕໍ່ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX;
4). ຮ່າງດໍາລັດ ວ່າດ້ວຍທຶນການສຶກສາຕ່າງປະເທດ ແລະ ຜູ້ຮຽນ;

5). ຮ່າງແຜນຜັງແຫ່ງຊາດ ກ່ຽວກັບຄື້ນຄວາມຖີ່ວິທະຍຸສື່ສານ (ສະບັບປັບປຸງ);
6). ຮ່າງຍຸດທະສາດແຫ່ງຊາດ ເພື່ອການພັດທະນາວຽກງານຊົນເຜົ່າ ປີ 2021-2030 ແລະ ວິໄສທັດຮອດ2035.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ