ເປີດພາບອາຄານທີ່ສູງທີ່ສຸດໃນໂລກ ກາຍເປັນຕຶກຮ້າງຢຸດກໍ່ສ້າງໃນປີ 2018
ເຈດດາທາວເວີ ຫຼື ຊື່ເກົ່າ ຄິງດອມທາວເວີ ເປັນໂຄງການກໍ່ສ້າງທາງຕອນເໜືອຂອງເມືອງເຈດດາເທິງ ຊາຍຝັ່ງຕາເວັນຕົກຂອງປະເທດຊາອຸອາລະເບຍ ເມື່ອສ້າງສຳເລັດ ຕຶກລອຍຟ້າຈະເປັນໂຄງການຕຶກທີ່ສູງທີ່ສຸດໃນໂລກ ດ້ວຍຄວາມສູງປະມານ 1.007ແມັດ ແຕ່ສ້າງໄດ້ພຽງ 256ແມັດ ຕ້ອງຢຸດກໍ່ສ້າງໃນປີ 2018

ຍ້ອນກັບໄປໃນປີ 2008ມະຫາເສດຖີທີ່ລ່ຳລວຍທີ່ສຸດໃນຕາເວັນອອກ ນັກລົງທືນເຈົ້າຊາຍ Alwaleed Bin Talal ແຫ່ງຊາອຸອາລະເບຍໄດ້ປະກາດຄວາມຕັ້ງໃຈທີ່ຈະສ້າງຕຶກທີ່ສູງທີ່ສຸດໃນໂລກ ເຊິ່ງເປັນຕຶກລອຍຟ້າແຫ່ງທຳອິດ

ແລະ ໄດ້ເລີ່ມກໍ່ສ້າງຂຶ້ນໃນປີ 2013 ແລະຕ້ອງໃຊ້ເວລາຫຼາຍກວ່າ 1ປີ ໃນການວາງຮາກຖານຕຶກຂະໜາດໃຫຍ່ສຳລັບໂຄງສ້າງ ເຊິ່ງລວມເຖິງເສົາເຂັມຄອນກຣີດຂະໜາດເສັ້ນຜ່າສູນກາງ 10ຟຸດ ໂຄງສ້າງເລີ່ມຂຶ້ນໃນປີ 2014

ໂຄງການຖືກສ້າງຂຶ້ນຕາມລຳດັບ ໃນປີ 2017 ເມື່ອຊາອຸອາລະເບຍໄດ້ຮັບຜົກກະທົບຈາກວິກິດທາງການເມືອງ ໃນການເຄື່ອນໄຫວເຊີງລຸກເພື່ອລວມອຳນາດ ໄດ້ເລີ່ມທຳການກວາດລ້າງຕໍ່ຕ້ານການຊຸດຈະລິດ ສົ່ງຜົນໃຫ້ມີການຈັບກຸມເຈົ້າຊາຍຊາອຸອາລະເບຍ 11ຄົນ ລວມທັງ Alwaleed Bin Talal ຜູ້ສະໜັບສະໜູນທາງການເງິນຄົນສຳຄັນຂອງເຈດດາທາວເວີ ເຮັດໃຫ້ໂຄງການຕ້ອງຢຸດການກໍ່ສ້າງ ຕໍ່ມາເຈົ້າຊາຍຖືກປ່ອຍຕົວໃນປີ 2018

ຖືກປັບເງິນຫຼາຍຮ້ອຍລ້ານໂດລາ ໂຄງການກັບມາກໍ່ສ້າງອີກຄັ້ງກຳນົດສຳເລັດໃນປີ 2020ແຕ່ປະສົບບັນຫາແຮງງານຜູ້ຮັບເໝົາແລະໂຄວິດ-19ງານຕ່າງໆໄດ້ຢຸດລົງ ແລະບໍ່ມີການກ່າວສະຖານະການກໍ່ສ້າງຂອງຕຶກວ່າຈະສ້າງຕໍ່ຫຼືບໍ່?.
