ຮືຮາທົ່ວວັດ! ຕາອີຕົນແມ່ອູ້ມລູກຊາຍເມົາໜັກເພື່ອກັບບ້ານ
ຈາກ TikTok @patipan249 ໄດ້ໂພສຄຣິບໃນງານບວດແຫ່ງໜຶ່ງ ເຊິ່ງປາກົດພາບແມ່ອຸ້ມລູກຊາຍທີ່ເມົາບໍ່ໄດ້ສະຕິກັບຂຶ້ນໄປນອນໃນລົດ ພ້ອມກັບກອງເຊຍທີ່ຍ່າງນຳຢູ່ຂ້າງໆ ໂດຍໃນຄຣິບແມ່ອຸ້ມລູກຊາຍຍ່າງອອກຈາກຮົ້ວໂບດ ຫຼັງລູກຊາຍຄົນໂປດສາຍດື່ມ

ຍົກຊົດຈົນເມົາໂຄມ່າບໍ່ໄດ້ສະຕິ ຈາກນັ້ນໄດ້ອູ້ມພາໄປສົ່ງທີ່ລົດເກ໋ງ ກ່ອນເປີດປະຕູໃຫ້ເຂົ້າໄປນອນ ເຮັດໃຫ້ບັນຍາກາດຮອບຂ້າງມີແຕ່ສຽງຫົວຄຶກຄື້ນ
ຫຼັງໂພສດັ່ງກ່າວເຜີຍແພ່ ກໍ່ມີຄົນເຂົ້າມາສະແດງຄວາມຄິດເຫັນຈຳນວນຫຼາຍ ແລະຍັງທື່ງກັບຜູ້ເປັນແມ່ທີ່ສາມາດແບກລູກຊາຍໄດ້ທັ້ງທີ່ໂຕນ້ອຍກວ່າລູກ ແຖມຍັງຍົກໃຫ້ເປັນແມ່ຜູ້ແຂງແຮງທີ່ສຸດ ຂະນະດຽວກັນຍັງມີຄົນມາແຊວວ່າ ອຸ້ມຕັ້ງແຕ່ນ້ອຍຈົນໃຫຍ່